
ຄະນະກຳມະການພົວພັນຄົນລາວຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ຮ່ວມກັບສູນກາງແນວລາວສ້າງຊາດ ໄດ້ຈັດກອງປະຊຸມພົບປະພີ່ນ້ອງຄົນລາວຢູ່ຕ່າງປະເທດ ຂຶ້ນໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສິນລະວົງ ຄຸດໄພທູນ, ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ (ສນຊ), ທ່ານ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ ລັດຖະມົນຕີກະຊວງການຕ່າງປະເທດ; ມີບັນດາການນຳພັກ-ລັດ, ເອກອັກຄະລັດຖະທູດ, ພີ່ນ້ອງຄົນລາວຈາກຕ່າງປະເທດ, ພີ່ນ້ອງຄົນລາວຢູ່ຕ່າງປະເທດທີ່ດຳລົງຊີວິດ ແລະ ເຮັດທຸລະກິດຢູ່ ສປປ ລາວ ພ້ອມດ້ວຍແຂກຖືກເຊີນທັງໝົດ 400 ກວ່າ ທ່ານ ເຂົ້າຮ່ວມທີ່ພັດຕະຄານ ເຊັນພີລາໃນວັນທີ 3 ທັນວາ 2025;

ໃນໂອກາດນີ້, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ກຽດຂຶ້ນກ່າວຕອນຮັບ ເຊິ່ງເນື້ອໃນບາງ ຕອນວ່າ: ຮູ້ສຶກເປັນກຽດ ແລະ ດີໃຈເປັນຢ່າງຍິ່ງ ທີ່ໄດ້ພົບປະກັບພີ່ນ້ອງຄົນລາວທີ່ເດີນທາງມາຈາກບັນດາປະເທດຕ່າງໆ ເພື່ອຮ່ວມກັບພີ່ນ້ອງຊາວລາວທີ່ຢູ່ພາຍໃນປະເທດ ພ້ອມກັນສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ; ຕາງໜ້າໃຫ້ຄະນະກຳມະການພົວພັນຄົນລາວຢູ່ຕ່າງປະເທດ, ຂ້າພະເຈົ້າຂໍນໍາເອົາຄວາມຮັກແພງ ແລະ ສະແດງຄວາມຍິນດີຕ້ອນຮັບຢ່າງໝົດຈິດໝົດໃຈມາຍັງພີ່ນ້ອງຄົນລາວ ທີ່ມາຮ່ວມງານພົບປະໃນມື້ນີ້; ໃນນີ້, ບັນດາຜູ້ເຂົ້າຮ່ວມຍັງໄດ້ແລກປ່ຽນຄຳຄິດເຫັນ ແລະ ຍົກຂໍ້ສະເໜີຕໍ່ກອງປະຊຸມຢ່າງສ້າງສັນ ແລະ ກົງໄປກົງມາ, ເຮັດໃຫ້ເນື້ອໃນຈິດໃຈຂອງກອງປະຊຸມຄົບຖ້ວນສົມບູນ, ສາມາດເຂົ້າໃຈເຖິງສະພາບຊີວິດການເປັນຢູ່ ແລະ ຄວາມມຸ້ງມາດປາຖະໜາຂອງພີ່ນ້ອງຊາວລາວຢູ່ຕ່າງປະເທດ ແລະ ຕົວແທນພີ່ນ້ອງຄົນລາວຢູ່ຕ່າງປະເທດທີ່ມາທໍາມາຫາກິນຢູ່ ສປປ ລາວ ໄດ້ເປັນຢ່າງດີ; ກອງປະຊຸມພົບປະພີ່ນ້ອງຄົນລາວຢູ່ຕ່າງປະເທດ ຄັ້ງນີ້, ໄດ້ດໍາເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບອັນອົບອຸ່ນ, ມີຄວາມຟົດຟື້ນ, ສາມັກຄີຮັກແພງ, ມີເນື້ອໃນອຸດົມສົມບູນ, ຖືເປັນການໄຂສັງກາດກອງປະຊຸມຄັ້ງປະຫວັດສາດ ໃນການເຕົ້າໂຮມຄວາມສາມັກຄີເປັນນ້ຳຫນຶ່ງໃຈດຽວກັນຂອງປະຊາຊົນລາວບັນດາເຜົ່າ ບໍ່ວ່າຢູ່ພາຍໃນ ຫຼື ຕ່າງປະເທດ, ປະກອບສ່ວນກຳລັງແຮງຂອງຕົນເຂົ້າໃນການສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮື່ອງຂຶ້ນເທື່ອລະກ້າວ ກໍຄືການນຳເອົາປະເທດຊາດ ຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນອະນາຄົດ.

ໃນຕອນທ້າຍ ທ່ານປະທານ ສນຊ ໄດ້ໃຫ້ກຽດຂຶ້ນກ່າວຄຳເຫັນ ອວຍພອນໄຊອັນປະເສີດໃຫ້ບັນດາທ່ານ, ພີ່ນ້ອງລາວທຸກໆທ່ານທີ່ເຂົ້າຮ່ວມໃນການພົບປະໃນມື້ນີ້ ແລະ ພີ່ນ້ອງຄົນລາວຢູ່ຕ່າງປະເທດ ທີ່ບໍ່ໄດ້ມີໂອກາດເຂົ້າຮ່ວມງານໃນມື້ນີ້ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນຫນ້າທີ່ວຽກງານອັນມີກຽດຂອງບັນດາທ່ານ ແລະ ຂໍອວຍພອນໄຊໃຫ້ງານພົບປະນີ້ປະສົບຜົນສໍາເລັດຕາມຄາດຫມາຍທີ່ວາງໄວ້.
ບກ: ຈິດຕະພົງ
ຂ່າວ-ພາບ: ຂິດ-ແສງຫຼ້າ


