ກອງປະຊຸມພົບປະພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ ຄັ້ງປະຖົມມະລຶກ ຈະຈັດຂື້ນໃນວັນທີ 9-15 ພະຈິກ

ກອງປະຊຸມພົບປະພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ
ຄັ້ງປະຖົມມະລຶກ ຈະຈັດຂື້ນໃນວັນທີ 9-15 ພະຈິກ

ຄະນະກໍາມະການພົວພັນຄົນເຊື້ອຊາດລາວ ຢູ່ຕ່າງປະເທດ ຮ່ວມກັບ ສູນກາງແນວລາວສ້າງຊາດ ຈະໄດ້ຈັດກອງປະຊຸມພົບປະພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດຄັ້ງປະຖົມມະລຶກຂື້ນໃນລະຫວ່າງວັນທ 9-15 ພະຈິກ 2024 ທີ່ນະຄອນຫຼວງວຽງຈັນ, ພາຍໃຕ້ຫົວຂໍ້ຮັກບ້ານເກີດ. ກອງປະຊຸມດັັ່ງກ່າວ ຄາດວ່າຈະມີພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດເດີນທາງມາຮ່ວມຈໍານວນ 300 ກວ່າທ່ານ, ລວມທັງພີ່ນ້ອງເຊື້ອຊາດລາວທີ່ດໍາລົງຊີວິດ ແລະ ດໍາເນີນທຸລະ ກິດ ຢູ່ ສປປ ລາວ ແລະ ແຂກຖຶກເຊີນຈາກພາຍໃນເຂົ້າຮ່ວມທັງໝົດປະມານ 500 ທ່ານ, ຊຶ່ງຈຸດປະສົງຂອງກອງປະຊຸມພົບປະຄັ້ງນີ້ ແມ່ນເພື່ອເຕົ້າໂຮມພີ່ນ້ອງເຊື້ອຊາດລາວຈາກທົ່ວໂລກເປັນຄັ້ງທໍາອິດຢູ່ນະຄອນຫລວງວຽງຈັນ ສປປ ລາວ; ສ້າງຄວາມເຂົ້າອົກເຂົ້າໃຈຢ່າງເລິກເຊິງຂອງພີ່ນ້ອງເຊື້ອຊາດລາວຕໍ່ແນວທາງນະໂຍບາຍອັນຖຶກຕ້ອງຂອງພັກ-ລັດຖະບານ ສປປ ລາວ; ສ້າງໂອກາດໃຫ້ພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດໄດ້ເດີນທາງໄປມາຫາສູ່ກັນ, ຢ້ຽມຢາມບ້ານເກີດເມືອງນອນ; ພົບປະໂອ້ລົມແລກປ່ຽນຄວາມຄິດເຫັນເຊິງກັນ ແລະ ກັນ; ທັງເຫັນສະພາບຄວາມເປັນຈິງໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນໄລຍະປະຈຸບັນ. ນອກຈາກນີ້ຍັງມີ ການເຄື່ອນໄຫວສ້າງກິດຈະກໍາຕ່າງໆຮ່ວມກັນຕື່ມອີກ.
ໃນໂອກາດທີ່ເດີນທາງມາຮ່ວມກອງປະຊຸມໃນຄັ້ງນີ້, ຄະນະພີນ້ອງເຊື້ອຊາດລາວຈະໄດ້ໄປຢ້ຽມຊົມສະຖານທີ່ສໍາຄັນຕ່າງໆຢູ່ໃນນະຄອນຫຼວງວຽງຈັນເຊັັ່ນ: ໄປຢ້ຽມຢາມເຂດເສດຖະກິດກວມລວມໄຊເສດຖາ ແລະ ຢ້ຽມຊົມພິພິທະພັນສິລະປະລາວສະໄໝໃໝ່ (ໄມ້ແກະສະຫຼັກ), ຢ້ຽມຊົມຫໍພິພິທະພັນໄກສອນ ພົມວິຫານ ແລະ ເຂົ້າຮ່ວມງານຣາຕີວຽງຈັນ; ນອກຈາກນັ້ນ, ຍັງຈະໄດ້ໄປຢ້ຽມຢາມສວນພຶກສາ ເພື່ອຢ້ຽມຊົມຫ້ອງວາງສະແດງບັນດາເຜົ່າ, ຮ່ວມພິທີ ບາສີສູ່ຂວັນ ແລະ ຮັບຊົມການສະແດງສິນລະປະບັນດາເຜົ່າ; ເຂົ້າຮ່ວມພິທີຖວາຍຜ້າປູ່າສາມັກຄີ ຢູ່ວັດອົງຕື້ແລະ ຮ່ວມພິທີແຫ່ຜາສາດເຜິ້ງເຂົ້າສູ່ກົມມະລຽນພະທາດຫຼວງ ລວມທັງຮ່ວມການເຄື່ອນໄຫວກິດຈະກໍາອື່ນໆ.
ກອງປະຊຸມພົບປະພີ່ນ້ອງເຊື້ອຊາດລາວ ຄັ້ງປະຖົມມະລຶກ ຄັ້ງນີ້ແມ່ນມີຄວາມໝາຍຄວາມສໍາຄັນ ຊຶ່ງຈະເຮັດໃຫ້ພີ່ ນ້ອງເຊື້ອຊາດລາວ ຢູ່ຕ່າງປະເທດໄດ້ເຂົ້າໃຈຢ່າງຈະແຈ້ງກ່ຽວກັບແນວທາງນະໂຍບາຍອັນຖຶກຕ້ອງຂອງພັກ-ລັດຖະບານ ສປປ ລາວ, ໄດ້ເຫັນເຖິງສະພາບການພັດທະນາເສດຖະກິດ-ສັງຄົມຕົວຈິງຂອງ ສປປ ລາວ, ໄດ້ມາພົບປະພີ່ນ້ອງຮ່ວມຊາດ, ຮ່ວມກັນສ້າງກິດຈະກໍາຕ່າງໆ ເຮັດບຸນສິນກິນທານ ແລະ ນໍາເອົາຜົນສໍາເລັດ ຂອງກອງປະຊຸມໃນຄັ້ງນີ້ໄປເຜີຍແຜ່ໃຫ້ພີ່ນ້ອງຊາວລາວທີ່ດໍາລຸງຊີວິດຢູ່ຕ່າງປະເທດໄດ້ຮັບຊາບຢ່າງທົ່ວເຖີງກັນ.