ເພື່ອເປັນການສ້າງຂະບວນການຂ່ຳນັບຊົມເຊີຍ 3 ວັນປະຫວັດ ແລະ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ໃຫ້ເປັນຂະບວນການຟົດຟື້ນ, ໃນວັນທີ 24 ເມສາ 2025 ນີ້ ສູນກາງແນວລາວສ້າງຊາດ ຈັດກອງປະຊຸມລາຍງານຄວາມຄືບໜ້າ ໃນການຮຽບຮຽງປຶ້ມຄຳສັບຄວາມຮູ້ກ່ຽວກັບວຽກງານແນວໂຮມຂຶ້ນ ໂດຍການເປັນປະທານ ຂອງ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີຮອງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະຮັບຜິດຊອບໃນການຮຽບຮຽງ ເຂົ້າຮ່ວມ ທີ່ສຳນັກງານແນວລາວສ້າງຊາດ.



