ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I

ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 14 ກໍລະກົດ 2026ນີ້, ທີ່ຫໍປະຊຸມແຫ່ງຊາດ, ພາຍໃຕ້ຫົວຂໍ້: ເພີ່ມທະວີບົດບາດການນໍາພາຂອງພັກ ພັດທະນາວຽກງານສື່ມວນຊົນໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ຢ່າງແຂງແຮງ, ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ໂດຍການເປັນປະທານຂອງທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮອງປະທານສະພາທິດສະດີສູນກາງພັກ, ສຳລັບສູນກາງແນວລາວສ້າງຊາດ ມີ ທ່ານ ລາວປ່າວຊົງ ນະວົງໄຊ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ ຮອງປະທານ ສູນກາງແນວລາວສ້າງຊາດເຂົ້າຮ່ວມ, ມີບັນດາຄະນະເລຂາທິການສູນກາງພັກ, ກຳມະການສູນກາງພັກສົມບູນ-ສຳຮອງ, ບັນດາອະດີດການນຳ, ພະນັກງານອາວຸໂສບໍານານ, ມີລັດຖະມົນຕີ-ຮອງລັດຖະມົນຕີ, ບັນດາຜູ້ແທນສື່ມວນຊົນຈາກສູນກາງ ແລະ ທ້ອງຖິ່ນ, ແຂກຖືກເຊີນເຂົ້າຮ່ວມ.
ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ໄດ້ໃຫ້ກຽດຂຶ້ນກ່າວໄຂກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ຢ່າງເປັນທາງການ ຈາກນັ້ນ; ໄດ້ຮັບຟັງການສະຫຼຸບຕີລາຄາຄືນ ການຈັດຕັ້ງປະຕິບັດວຽກງານສື່ມວນຊົນໃນໄລຍະຜ່ານມາ ກໍຄືການປະຕິບັດມະຕິ 36 ຂອງກົມການເມືອງສູນກາງພັກ ກ່ຽວກັບການເພີ່ມທະວີການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ ຕໍ່ສື່ມວນຊົນ ໂດຍຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນ,ດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ, ບັນດາສາເຫດຕົ້ນຕໍ ແລະ ບົດຮຽນທີ່ຖອດຖອນໄດ້. ຈາກນັ້ນ, ໄດ້ວາງທິດທາງ, ຈຸດສຸມໃນການຈັດຕັ້ງປະຕິບັດວຽກງານສື່ມວນຊົນ ແຕ່ນີ້ຮອດປີ 2030 ກໍຄືໃນໄລຍະ 5 ປີຕໍ່ໜ້າ ເພື່ອນໍາເອົາວຽກງານສື່ມວນຊົນລາວ ຫັນໄປສູ່ຄຸນນະພາບໃໝ່ ທັນສະໄໝ, ໃນທ່າມກາງຍຸກສະໄໝທີ່ຂໍ້ມູນຂ່າວສານມີການປ່ຽນແປງຢ່າງວ່ອງໄວ ແລະ ເຕັກໂນໂລຊີດີຈີຕອນໄດ້ເຂົ້າມາມີບົດບາດຢ່າງຫຼີກລ່ຽງບໍ່ໄດ້. ກອງປະຊຸມໃນຄັ້ງນີ້, ຍັງໄດ້ຮັບຟັງການຜ່ານຮ່າງມະຕິຂອງກົມການເມືອງສູນກາງພັກ ສະບັບປັບປຸງໃໝ່ ວ່າດ້ວຍການເພີ່ມທະວີການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ ຕໍ່ວຽກງານສື່ມວນຊົນໃນໄລຍະໃໝ່ ເພື່ອປ່ຽນແທນມະຕິ ເລກທີ 36/ກມສພ, ລົງວັນທີ 19 ມິຖຸນາປີ 1993. ພ້ອມກັນນັ້ນ, ໃນກອງປະຊຸມ ໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນຫຼາຍຫົວຂໍ້ສໍາຄັນ ຈາກພາກສ່ວນສື່ມວນຊົນຕ່າງໆ ທັງສູນກາງ, ທ້ອງຖິ່ນ ແລະ ທັງພາກລັດ-ເອກະຊົນ.
ພ້ອມກັນນີ້, ກໍໄດ້ຮັບຊົມສາລະຄະດີການເຕີບໃຫຍ່ຂະຫຍາຍໂຕຂອງວຽກງານສື່ມວນຊົນຕື່ມອີກ