ກອງປະຊຸມສະມາຊິກພັກ ອົງຄະນະພັກ ສນຊ.

      ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມສະມາຊິກພັກ ອົງຄະນະພັກສູນກາງແນວລາວສ້າງຊາດ ພາຍໃຕ້ການເປັນປະທານ ຂອງສະຫາຍ ປອ. ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກ ປະທານສູນກາງແນວລາວສ້າງຊາດ, ມີ ສະຫາຍ ຮອງເລຂາ, ກໍາມະການປະຈໍາພັກ, ຄະນະພັກ ແລະ ສະມາຊິກພັກ ສູນກາງແນວລາວສ້າງຊາດ ພ້ອມດ້ວຍສະມາຊິກພັກ ແລະ ສະມາຊິກພັກອາວຸໂສບໍານານ, ຜູ້ຕາງໜ້າຈັດຕັ້ງສູນກາງພັກ, ກວດກາສູນກາງພັກ ລວມທັງໝົດ 110 ສະຫາຍ, ຍິງ 49 ສະຫາຍ ເຂົ້າຮ່ວມ ໃນວັນທີ 26 ກັນຍາ 2025 ທີ່ສູນກາງແນວລາວສ້າງຊາດ.
      ກອງປະຊຸມໃນຄັ້ງນີ້, ໄດ້ຮັບຟັງ ສະຫາຍ ດຣ ນາງ ອິນລາວັນ ແກ້ວບຸນພັນ ຮອງເລຂາຄະນະພັກ ຮອງປະທານສູນກາງແນວລາວສ້າງຊາດ ຜູ້ປະຈໍາການ ຜ່ານຮ່າງລາຍງານ ການເມືອງ ຕໍ່ກອງປະຊຸມໃຫຍ່ ສະມາຊິກພັກອົງຄະນະພັກສູນກາງແນວລາວສ້າງຊາດ ຄັ້ງທີ VI ປະກອບດ້ວຍ 2 ພາກໃຫຍ່ຄື: ພາກທີ I ຕີລາຄາໝາກຜົນການແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີV ຂອງອົງຄະນະພັກ ສູນກາງແນວລາວສ້າງຊາດແຕ່ປີ 2021-2025; ພາກທີ II ທິດທາງ ແລະ ໜ້າທີ່ຈຸດສຸມໃນ 5 ປີຕໍ່ໜ້າ (2026-2030); ເຊິ່ງໃນວາລະນີ້, ປະທານກອງປະຊຸມ ກໍໄດ້ມີຄໍາຖາມເຈາະຈີ້ມເພື່ອປະກອບຄໍາເຫັນ ໂດຍສະເພາະຕໍ່ເນື້ອໃນຄໍາຂວັນກອງປະຊຸມ, ໂຄງຮ່າງ ແລະ ເນື້ອໃນທັງ 2 ພາກ;
      ຈາກນັ້ນ ສະຫາຍ ດອນ ໄພວົງ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂື້ນຜ່ານມາດຖານ-ເງື່ອນໄຂ ບຸກຄະລາກອນປະກອບເປັນຜູ້ແທນສົມບູນ-ສໍາຮອງໄປເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ສະບັບເລກທີ 05/ກມສພ, ລົງວັນທີ 12/05/2025; ຈາກນັ້ນຜູ້ເຂົ້າຮ່ວມໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກເອົາຜູ້ແທນສົມບູນ 5 ສະຫາຍແລະ ສໍາຮອງ 1 ສະຫາຍ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ.
      ໃນໂອກາດນີ້, ສະຫາຍ ປະທານກອງປະຊຸມໄດ້ມີທິດຊີ້ນໍາ 4 ເນື້ອໃນສໍາຄັນ ເປັນຕົ້ນ ຕໍ່ການປັບປຸງຮ່າງລາຍງານການເມືອງທັງ 2 ພາກ, ຕໍ່ຜູ້ແທນສົມບູນ ແລະ ສໍາຮອງ ທີ່ຖືກຄັດເລືອກໄປເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ການກະກຽມແຜນວຽກຈໍານວນໜຶ່ງທີ່ຕິດພັນກັບການສະເຫຼີມສະຫຼອງ 3 ວັນປະຫວັດສາດ ແລະ ການສືບຕໍ່ປະຕິບັດແຜນວຽກຈໍານວນໜຶ່ງໃນການສະເຫຼີມສະຫຼອງແນວລາວສ້າງຊາດ ຄົບຮອບ 75 ປີ ໃຫ້ມີຜົນສໍາເລັດຕາມແຜນການ ແລະ ນິຕິກໍາວາງໄວ້.
ຂ່າວ+ ຮູບພາບ: ໄຊວ່າງ
ບກ: ພ ບຸບຜາ