ກອງ​ປະ​ຊຸມ​ສຳ​ມະ​ນາ​ເຊື່ອມ​ຊຶມ​ເອ​ກະ​ສານ ເພື່ອ​ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມ​ວຽກ​ງານ​ສື່ມວນ​ຊົນ​ທົ່ວ​ປະ​ເທດ ຄັ້ງ​ທີ I.

 
​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ (ຄອສພ), ໄດ້​ຈັດ​ກອງ​ປະ​ຊຸມສຳ​ມະ​ນາ​ເຊື່ອມ​ຊຶມ​ເອ​ກະ​ສານ ເພື່ອ​ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມ​ວຽກ​ງານ​ສື່ມວນ​ຊົນ​ທົ່ວ​ປະ​ເທດ ຄັ້ງ​ທີ I ພາຍໃຕ້ຫົວຂໍ້:” ເພີ່ມທະວີການນໍາພາຂອງພັກ ພັດທະນາວຽກງານສື່ມວນຊົນ ໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ ຢ່າງແຂງແຮງ” ກອງ​ປະ​ຊຸມ​ດັ່ງ​ກ່າວ ຈັດ​ຂຶ້ນ​ໃນ​ວັນ​ທີ 13 ກໍ​ລະ​ກົດ 2026 ທີ່​ຫໍ​ປະ​ຊຸມ​ແຫ່ງ​ຊາດ ນະ​ຄອນຫຼວງວຽງ​ຈັນ; ໃຫ້​ກຽດ​ເປັນ​ປະ​ທານກອງ​ປະ​ຊຸມ​ໂດຍ ສະ​ຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງ ສູນກາງພັກ ປະທານສູນກາງແນວລາວສ້າງຊາດ ປະທານສະພາທິດສະດີສູນກາງພັກ, ມີ​ສະ​ຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ , ຮອງປະທານສະພາທິດສະດີສູນກາງພັກ, ພ້ອມ​ດ້ວຍ​ບັນ​ດາ​ສະ​ຫາຍເລຂາທິການສູນກາງພັກ, ກໍາມະການ ສູນກາງພັກ, ມີບັນດາການນໍາພັກ-ລັດ, ​ຫົວ​ໜ້າ​ໂຄ​ສະ​ນາ-ສື່ມວນຊົນ ແລະ ສື່ມວນ​ຊົນ​ຈາກສູນກາງ ແລະ ທ້ອງຖິ່ນ ​ຂອງທຸກພາກສ່ວນພ້ອມ​ດ້ວຍ​ພະ​ນັກ​ງານ​ບຳ​ນານ​ທີ່​ເປັນ​ອະ​ດີດ​ຫົວ​ໜ້າສື່ມວນ​ຊົນທົ່ວປະເທດ ເຂົ້າຮ່ວມ.
​ກອງ​ປະ​ຊຸມ​ໄດ້​ພ້ອມ​ກັນເຊື່ອມຊຶມ 3 ເອກະສານສຳ​ຄັນ​ເປັນ​ຕົ້ນ: 1) ເພີ່ມ​ທະ​ວີ​ບົດ​ບາດ​ການ​ນຳ​ພາ​ຂອງ​ພັກ ຕໍ່​ສື່ມວນ​ຊົນ​ໃນ​ໄລ​ຍະໃໝ່. 2) ຈັນຍາບັນຂອງ​ສື່ມວນ​ຊົນ ແລະ 3) ບັນ​ດາ​ກົດ​ໝາຍ ແລະ ນິ​ຕິ​ກຳ​ໃຕ້​ກົດ​ໝາຍ​ຮັບ​ໃຊ້​ການ​ເຄື່ອນ​ໄຫວ​ວຽກ​ງານ​ສື່ມວນ​ຊົນ​ຢູ່​ປະ​ເທດ​ເຮົາ ເຊິ່ງ​ເປັນ​ກຽດ​ສະ​ເໜີ​ເອ​ກະ​ສານ​ໂດຍ​ສະ​ຫາຍ ກິແກ້ວ ໄຂຄໍາພິທູນ ແລະ ສະ​ຫາຍ ປອ ຄຳ​ມອນ ຈັນ​ທະ​ຈິດ ກຳ​ມະ​ການ​ສຳ​ຮອງ​ສູນ​ກາງ​ພັກ, ຮອງ​ຫົວ​ໜ້າ ຄອ​ສ​ພ; ຈາກນັ້ນ, ຜູ້​ເຂົ້າ​ຮ່ວມ ໄດ້​ພ້ອມ​ກັນ​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ​ຕາມ​ຄຳ​ຖາມ​ເຈາະ​ຈີ້ມ ແລະ ຄວາມ​ປັນ​ຈິງ​ຢ່າງ​ກົງ​ໄປ​ກົງ​ມາ ແລະ ສ້າງ​ສັນ.
ພ້ອມ​ກັນ​ນິ້; ການນໍາພັກ-ລັດ, ຄະນະຮັບຜິດຊອບ ແລະ ຜູ້ແທນກອງປະຊຸມ ຍັງໄດ້ຢ້ຽມຊົມຮ້ານວາງສະແດງຜະລິດຕະ ພັນສື່ມວນຊົນທີ່ເປັນຜົນງານຂອງບັນດາສື່ພາກສ່ວນຕ່າງໆ ແລະຢ້ຽມຊົມການວາງສະແດງຮູບພາບຜົນງານການເຄື່ອນ ໄຫວວຽກງານສື່ມວນຊົນທົ່ວປະເທດ ໃນໂອກາດດໍາເນີນກອງປະຊຸມດັ່ງກ່າວຕື່ມ​ອີກ.