ກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ຄັ້ງທີ 4

        ໃນວັນທີ 10 ຕຸລາ 2024, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ເປັນປະທານກອງປະຊຸມ         ສຸດຍອດອາຊຽນ-ອົດສະຕຣາລີ ຄັ້ງທີ 4 ທີ່ ນະຄອນຫຼວງວຽງຈັນ ໂດຍມີບັນດາຜູ້ນໍາອາຊຽນ, ທ່ານ ແອນໂຕນີ          ອານບານີຊີ, ນາຍົກລັດຖະມົນຕີ ແຫ່ງ ອົດສະຕຣາລີ ເຂົ້າຮ່ວມ ແລະ ນາຍົກລັດຖະມົນຕີ ແຫ່ງ ຕີມໍ ແລັດສະເຕ           ເຂົ້າຮ່ວມໃນນາມຜູ້ສັງເກດການ. ກອງປະຊຸມ ໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບການພົວພັນຜ່ານມາ ແລະ ກໍານົດທິດທາງການພົວພັນຮ່ວມມືໃນຕໍ່ໜ້າຮ່ວມກັນ. ກອງປະຊຸມ ໄດ້ສະແດງຄວາມຍິນດີ ຕໍ່ຜົນສໍາເລັດອັນຈົບງາມຂອງກອງປະຊຸມສຸດຍອດສະໄໝພິເສດເພື່ອສະເຫຼີມສະຫຼອງຄົບຮອບ 50 ປີ ການພົົວພັນອາຊຽນ-ອົດສະຕຣາລີ ທີ່ໄດ້ຈັດຂຶ້ນໃນວັນທີ 4-6 ມີນາ 2024 ທີ່ ເມວເບີນ, ອົດສະຕຣາລີ ໂດຍການເປັນປະທານຮ່ວມຂອງ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນນາມປະທານອາຊຽນ ແລະ ປະເທດປະສານງານການພົວພັນຮ່ວມມືອາຊຽນ-ອົດສະຕຣາລີ ສົກປີ 2021-2024 ແລະ ທ່ານ ນາຍົກລັດຖະມົນຕີ ແຫ່ງ ອົດສະຕຣາລີ.

ສໍາລັບທິດທາງໃນຕໍ່ໜ້າ, ກອງປະຊຸມ ໄດ້ຊຸກຍູ້ໃຫ້ສອງຝ່າຍສືບຕໍ່ເພີ່ມທະວີຄວາມພະຍາຍາມ ໃນການຮັດແໜ້ນການຮ່ວມມື ໂດຍຜ່ານການຈັດຕັ້ງປະຕິບັດບັນດາເອກະສານຜົນກອງປະຊຸມ ແລະ ຂໍ່້ລິເລີ່ມຕ່າງໆ ທີ່ໄດ້ປະກາດໃນກອງປະຊຸມສຸດຍອດສະໄໝພິເສດດັ່ງກ່າວ ລວມທັງແຜນປະຕິບັດງານ (2025-2029) ແນໃສ່ເພື່ອຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ອົດສະຕຣາລີ.

ອົດສະຕຣາລີ ເປັນຄູ່ເຈລະຈາທີ່ຍາວນານ ແລະ ສໍາຄັນຂອງ ອາຊຽນ ທີ່ໄດ້ສ້າງຕັ້ງສາຍພົວພັນກັບອາຊຽນໃນປີ 1974, ໄດ້ຖືກຍົກລະດັບຂຶ້ນເປັນຄູ່ຮ່ວມຍຸດທະສາດ ໃນປີ 2014 ແລະ ເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໃນປີ 2021.

ຂ່າວ: ກົມໂຄສະນາ ສູນກາງແນວລາວສ້າງຊາດ