ກອງປະຊຸມສ່ອງແສງວຽກງານພົ້ນເດັ່ນ ໄຕມາດ I ແລະ ວຽກງານຈຸດສຸມ ໄຕມາດ II ປີ 2026

     ໃນວັນທີ 27 ພຶດສະພາ 2026, ຢູ່ທີ່ສູນກາງແນວລາວສ້າງຊາດ ໄດ້ຈັດກອງປະຊຸມສ່ອງແສງວຽກງານພົ້ນເດັ່ນປະຈໍາໄຕມາດ I ແລະ ວາງທິດທາງແຜນການຈຸດສຸມປະຈໍາໄຕມາດ II ປີ 2026 ຂອງບັນດາອົງການພາຄີ. ກອງປະຊຸມຄັ້ງນີ້ໃຫ້ກຽດເປັນປະທານໂດຍ ທ່ານ ສຈ.ປອ. ກິແກ້ວ ໄຂຄຳພິທູນ, ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີບັນດາທ່ານຜູ້ຕາງໜ້າຈາກອົງການພາຄີ, ຄະນະປະຈໍາ, ຄະນະກຳມະການ ແລະ ພາກສ່ວນທີກ່ຽວຂ້ອງເຂົ້າຮ່ວມ.
     ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານ ແລະ ຕີລາຄາສູງຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະ 3 ເດືອນຜ່ານມາ, ເຊິ່ງມີຫຼາຍວຽກງານທີ່ພົ້ນເດັ່ນ ເປັນຕົ້ນແມ່ນ:ວຽກງານສຶກສາອົບຮົມການເມືອງ-ແນວຄິດ:ໄດ້ສຸມໃສ່ການເຜີຍແຜ່, ເຊື່ອມຊຶມມະຕິ,ຄຳສັ່ງຂອງພັກ ແລະ ແນວທາງນະໂຍບາຍຕ່າງໆ ໃຫ້ແກ່ຊັ້ນຄົນ, ສາສະນິກະຊົນ ແລະ ອົງການພາຄີຢ່າງກວ້າງຂວາງ.ການສ້າງຄວາມສາມັກຄີປອງດອງ: ອົງການພາຄີໄດ້ເຄື່ອນໄຫວຢ່າງຕັ້ງໜ້າໃນການເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ,ຊຸກຍູ້ການມີສ່ວນຮ່ວມຂອງປະຊາຊົນໃນການພັດທະນາເສດຖະກິດ-ສັງຄົມ.ການຕິດຕາມກວດກາ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ: ໄດ້ຮ່ວມມືກັບພາກສ່ວນຕ່າງໆ ໃນການຮັກສາ
     ຄວາມສະຫງົບຮຽບຮ້ອຍ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະແມ່ນການຜັນຂະຫຍາຍ 2 ວາລະແຫ່ງຊາດ. ທິດທາງ ແລະ ວຽກງານຈຸດສຸມ ໄຕມາດII 2026ເພື່ອສືບຕໍ່ຜັນຂະຫຍາຍບັນດາມະຕິຕ່າງໆເປັນຕົ້ນມະຕິກອງປະຊຸມຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດຄັ້ງທີ XII ແລະ ມະຕິກອງປະຊຸມໃຫຍ່ຂອງບັນດາອົງການຈັດຕັ້ງມະຫາຊົນ, ກອງປະຊຸມໄດ້ຮ່ວມກັນກຳນົດທິດທາງຈຸດສຸມສຳລັບ 3 ເດືອນຕໍ່ໜ້າ(ໄຕມາດ II), ສືບຕໍ່ລົງເລິກໃກ້ຊິດຕິດແທດກັບປະຊາຊົນບັນດາເຜົ່າແລະ ຊັ້ນຄົນຕ່າງໆ ເພື່ອສ້າງຄວາມຮັບຮູ້ແລະ ເຂົ້າໃຈຕໍ່ແນວທາງຂອງພັກ-ລັດ.ຫັນປ່ຽນຢ່າງແຂງແຮງໃນການເຄື່ອນໄຫວ, ຊຸກຍູ້ໃຫ້ອົງການພາຄີແຕ່ລະຂັ້ນ ປັບປຸງກົນໄກການປະສານງານໃຫ້ມີຄວາມຄ່ອງຕົວ,ວ່ອງໄວ ແລະ ມີປະສິດທິຜົນສູງຂຶ້ນ.
ໃນຕອນທ້າຍ, ທ່ານ ປອ. ກິແກ້ວ ໄຂຄຳພິທູນ ໄດ້ມີຄຳເຫັນໂອ້ລົມ ແລະ ເນັ້ນໜັກໃຫ້ບັນດາອົງການພາຄີທັງໝົດ ຈົ່ງເພີ່ມທະວີຄວາມຮັບຜິດຊອບການເມືອງຂອງຕົນ, ເພີ່ມທະວີຄວາມສາມັກຄີເປັນເອກະພາບຈັດຕັ້ງປະຕິບັດຕາມເນື້ອໃນ 4 ຮ່ວມຂອງ 5 ອົງການ, ເອົາໃຈໃສ່ແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງໃນໄລຍະຜ່ານມາ ແລະຫັນເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ ໄປຜັນຂະຫຍາຍໃຫ້ເກີດດອກອອກຜົນເປັນຮູບປະທຳຢ່າງແທ້ຈິງ.
ບກ: ໄພຈິດ
ຂ່າວ+ພາບ:ສຸກສຳລານ