ກອງປະຊຸມອາຊຽນ-ອິນເດຍ ໄດ້ຮັບຮອງ 2 ເອກະສານທີ່ສໍາຄັນ

 

 

ກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 21 ຈັດຂຶ້ນໃນວັນທີ 10 ຕຸລາ 2024 ທີ່ນະຄອນ ຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີ ທ່ານ ນາເຣນດຣາ ໂມດີ ນາຍົກລັດຖະມົນຕີ ອິນເດຍ, ມີບັນດາຜູ້ນໍາອາຊຽນ, ນາຍົກລັດຖະມົນຕີ ຕີມໍແລັດສະເຕ ໃນນາມຜູ້ສັງເກດການ ເຂົ້າຮ່ວມ ກອງປະຊຸມໄດ້ທົບທວນຄືນ ແລະ ກໍານົດທິດທາງໃນການຮ່ວມມືອາຊຽນ-ອິນເດຍ ໃນຕໍ່ໜ້າ ແນໃສ່ເສີມຂະຫຍາຍ ການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ອິນເດຍ ເຊິ່ງບັນດາຜູ້ນໍາ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອາຊຽນ-ອິນເດຍ ຕະຫລອດໄລຍະຫລາຍກວ່າສາມທົດສະວັດຜ່ານມາ ອັນໄດ້ປະກອບສ່ວນເຂົ້າໃນຂະບວນການສ້າງປະຊາຄົມອາຊຽນ. ສອງຝ່າຍໄດ້ເຫັນດີກໍານົດເອົາປີ2025ເປັນປີສະເຫລີມສະຫລອງການທ່ອງທ່ຽວ ອາຊຽນ-ອິນເດຍ ແນໃສ່ສົ່ງເສີມການໄປມາຫາສູ່ ລະຫວ່າງປະຊາຊົນ ແລະ ການແລກປ່ຽນທາງດ້ານວັດທະນະທໍາ ລະຫວ່າງອາຊຽນ ແລະ ອິນເດຍ. ກອງປະຊຸມ ຍັງໄດ້ສືບຕໍ່ຊຸກຍູ້ການເພີ່ມທະວີການຮ່ວມມື ໃນບັນດາຂົງເຂດທີ່ທັງສອງຝ່າຍມີທ່າແຮງ ເປັນຕົ້ນ ການຮ່ວມມືດ້ານການຄ້າ, ການລົງທຶນ, ການສຶກສາ ແລະ ການພັດທະນາບຸກຄະລາກອນ, ເສດຖະກິດດີຈິຕອນ, ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ-ຂະໜາດກາງ ແລະ ອື່ນໆ.

ພ້ອມນີ້, ກອງປະຊຸມ ຍັງໄດ້ຮັບຮອງເອົາ 2 ເອກະສານ ຄື: ຖະແຫລງການຮ່ວມ ວ່າດ້ວຍການຮັດ   ແໜ້ນການເປັນຄູ່ຮ່ວມຍຸດທະສາດ ຮອບດ້ານອາຊຽນ-ອິນເດຍ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກ ໃນພາກພື້ນ ພາຍໃຕ້ແນວຄວາມຄິດອາຊຽນ ກ່ຽວກັບອິນໂດ-ປາຊີຟິກ ໂດຍການສະໜັບສະໜູນຂອງນະໂຍບາຍ ຫັນສູ່ຕາເວັນອອກ ຂອງອິນເດຍ; ຖະແຫລງການຮ່ວມວ່າດ້ວຍ ການພັດທະນາການຫັນປ່ຽນທາງດີຈິຕອນ ໂດຍ ອິນເດຍ ເປັນໜຶ່ງໃນຄູ່ເຈລະຈາທີ່ສໍາຄັນ ແລະ ຫ້າວຫັນຂອງ ອາຊຽນ. ການພົວພັນຮ່ວມມື ລະຫວ່າງອາຊຽນ ແລະ ອິນເດຍ ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 1995, ໄດ້ຮັບການຍົກລະດັບຂຶ້ນເປັນຄູ່ຮ່ວມຍຸດທະສາດ ໃນປີ 2012 ແລະ ຍົກລະດັບຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໃນປີ 2022.

ກົມໂຄສະນາ ສູນກາງແນວລາວສ້າງຊາດ