ສູນກາງອົງການພຸດທະສາສະໜາສໍາພັນແຫ່ງ ສປປ ລາວ (ອພສ) ແລະ ກົມສາສະໜາ ສູນກາງແນລາວສ້າງຊາດ (ສນຊ) ໄດ້ລົງເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນພຣະສົງທົ່ວປະເທດ ສະໄຫມທີ IX ຢູ່ທີ່ແຂວງຊຽງຂວາງ ໂດຍການເປັນປະທານຂອງພຣະອາຈານໃຫຍ່ ວັນຄໍາ ວົງສາສຸລິນ ກໍາມະການ ສນຊ, ຮອງປະທານສູນກາງ ອພສ, ຫົວໜ້າກໍາມາທິການປົກຄອງສົງ; ພຣະອາຈານ ວັນສົມ ບຸດາວົງ ກໍາມະການ ສນຊ , ປະທານ ອພສ ແຂວງຊຽງຂວາງ. ເປັນກຽດເຂົ້າຮ່ວມ ມີທ່ານ ເພັດສະໝອນ ດາວົງສອນ ຄະນະປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງຊຽງຂວາງ; ທ່ານ ຄໍາຢາດ ຣາຊດາວົງ ຄະນະປະຈໍາ ຫົວໜ້າກົມສາສະໜາ ສູນກາງແນວລາວສ້າງຊາດ; ມີຄອບຄົວການນຳ; ຜູ້ຊົງຄຸນວຸດທິຂອງແຂວງ; ພຣະສົງ-ສາມະເນນ ຈາກບັນດາເມືອງ ແລະ ຕາງຫນ້າພະແນກການອ້ອມຂ້າງແຂວງເຂົ້າຮ່ວມ. ລວມທັງໝົດ 149 ທ່ານ; ພຣະສົງ 76 ອົງ; ຍິງ 13 ທ່ານ. ເຊິ່ງກອງປະຊຸມ ໄດ້ຈັດຂື້ນ ໃນວັນທີ 6 ພຶດສະພາ 2026 ຢູ່ທີ່ ເມືອງແປກ ແຂວງຊຽງຂວາງ.
ໃນການລົງເຄື່ອນໄຫວກອງປະຊຸມຄັ້ງນີ້ ໄດ້ລົງເຜີຍແຜ່ເນື້ອໃນຄື: ຮັບຟັງການລາຍງານສະພາບວຽກງານຮອບດ້ານຂອງອົງການພຸດທະສາສະໜາສໍາພັນລາວແຂວງຊຽງຂວາງ ໂດຍສະເພາະແມ່ນຜົນງານດ້ານດີ, ດ້ານຄົງຄ້າງ ແລະ ທິດທາງແຜນການໃນຕໍ່ໜ້າ; ເຜີຍແຜຜົນສໍາເລັດໃນການດໍາເນີນກອງໃຫຍ່ຜູ້ແທນພຣະສົງທົ່ວປະເທດ ຄັ້ງທີ IX ໂດຍສະເພາະແມ່ນຜົນງານການເຄື່ອນໄຫວໃນໄລຍະ 5 ປີ ຜ່ານມາ, ວິໄສທັດ, ຍຸດທະສາດ, ຄາດໝາຍ, ທິດທາງລວມ ແລະ ວຽກງານຈຸດສຸມ ແລະ ແຜນພັດທະນາອົງການພຸດທະສາສະໜາສໍາພັນແຫ່ງ ສປປ ລາວໃນ 5 ປີ ຕໍ່ໜ້າ, ເຊິ່ງ ອພສ ຈະໄດ້ສຸມໃສ່ 11 ໜ້າວຽກຄື: ປະຕິບັດພຣະທໍາ ວິໄນ ແລະ ທໍາມະນູນປົກຄອງສົງລາວ; ຝຶກອົບຮົມພຣະສົງ-ສາມະເນນ, ພໍ່ຂາວ-ແມ່ຂາວ; ຕັ້ງໜ້າຜັນຂະຫຍາຍມະຕິ IX ຂອງ ອພສ; ປັບປຸງແບບແຜນວິທີເຮັດວຽກ ແລະ ການເຄື່ອນໄຫວ; ປັບປຸງກົນໄກການປະສານສົມທົບກັບ ອພສ ແຕ່ລະຂັ້ນ ແລະ ພາກສ່ວນກ່ຽວຂ້ອງ; ສ້າງແຜນງານໂຄງການຂອງແຕ່ລະກໍາມາທິການ; ປັບປຸງທໍາມະນູນສົງ ແລະ ນິຕິກໍາກ່ຽວຂ້ອງ; ປັບປຸງວຽກງານການສຶກສາສົງ; ຍົກສູງນໍ້າໃຈຮັກຊາດຂອງບັນດາພຣະສົງ-ສາມະເນນ; ປັບປຸງມູນນິທິ ອພສ; ສືບຕໍ່ຮ່ວມມືກັບອົງການພຸດທະສາສະໜາປະເທດເພື່ອນມິດ ຍຸດທະສາດ ແລະ ອົງການພຸດທະສາສະໜາປະເທດຕ່າງໆ.


