ໃນວັນທີ 10 ຕຸລາ 2024 ທີ່ສູນກາງແນວລາວສ້າງຊາດ ໄດ້ຈັດກອງປະຊຸມແນະນໍາການລົງຮາກຖານກັບທີ່ຢູ່ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງ ທ່ານ ຄໍາໄຫຼ ສີປະເສີດ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງປະທານ ຜູ້ປະຈໍາການ ສູນກາງແນວລາວສ້າງຊາດ ເຊິ່ງມີບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ຫ້ອງການ ແລະ ສູນຄົ້ນຄວ້າ-ຝຶກອົບຮົມ ພ້ອມດ້ວຍພະນັກງານຂອງສູນກາງແນວລາວສ້າງຊາດເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້ ທ່ານ ສຸຣິປັນຍາ ຣາຊສົມບັດ ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຜ່ານຂໍ້ຕົກລົງຂອງຄະນະປະຈໍາ ສູນກາງແນວລາວສ້າງຊາດ ວ່າດ້ວຍການລົງຮາກຖານກັບທີ່ຢູ່ນະຄອນຫຼວງວຽງຈັນຊຸດທີ່2, ຜ່ານມະຕິຕົກລົງວ່າດ້ວຍການເລື່ອນຕໍາແໜ່ງບໍລິຫານຂອງພະນັກງານ ສູນກາງແນວລາວສ້າງຊາດ ແລະ ຊັບຊ້ອນບ່ອນປະຈໍາການຂັ້ນພະແນກພາຍໃນສູນກາງແນວລາວສ້າງຊາດ ເຊິ່ງໃນກອງປະຊຸມຄັ້ງນີ້ຄະນະລົງຮາກຖານລາຍງານ ແລະ ຖອດຖອນບົດຮຽນໃນການລົງຮາກຖານ ຊຸດທີ່1 ຢ່າງກົງໄປກົງມາ.
ໃນໂອກາດນີ້ ທ່ານ ປະທານ ກອງປະຊຸມໄດ້ແນະນໍາການລົງຮາກຖານກັບທີ່ໃຫ້ພະນັກງານສູນກາງແນວລາວສ້າງຊາດໃຫ້ປະຕິບັດຕາມພາລະບົດບາດ ແລະ ໜ້າທີ່ໃນການປະກອບສ່ວນການເຄື່ອນໄຫວຕ່າງໆຂອງບ້ານທີ່ຕົນອາໃສຢູ່ ແລະ ໃຫ້ພະນັກງານທີ່ໄດ້ລົງໄປຮາກຖານທຸກທ່ານຈົ່ງມີຄວາມຮັບຜິດຊອບໃນໜ້າທີ່ຂອງຕົນ, ຊຸກຍູ້ໃຫ້ປະຊາຊົນມີຄວາມເສຍສະຫຼະ, ຕ້ອງຮັບປະກັນໃຫ້ໄດ້ບົດຮຽນໃນການລົງຮາກຖານ, ເພີ່ມທະວີໃນການເຕົ້າໂຮມຄວາມສາມັກຄີ ແລະ ຂະບວນການອື່ນໆຂອງບ້ານ. ໃນໂອກາດນີ້ ປະທານກອງປະຊຸມໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ພະນັກງານລົງຮາກຖານຊຸດທີ່1 ແລະ ໃຫ້ພະນັກງານລົງຮາກຖານຊຸດທີ່2 ນໍາເອົາບົດຮຽນໄປຈັດຕັ້ງປະຕິບັດເປັນແນວທາງໃນການລົງຮາກຖານໃນຄັ້ງນີ້ໃຫ້ປະສົບຜົນສໍາເລັດເປັນຢ່າງດີ.


