ສູນກາງແນວລາວສ້າງຊາດ

Lao Front For National Development

ກອງປະຊຸມແລກປ່ຽນບົດຮຽນວຽກງານສື່ມວນຊົນ ກັບອົງ ການພາຄີ ແລະ ອົງການການເມືອງ

ກົມໂຄສະນາ ສູນກາງແນວລາວສ້າງຊາດ ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນວຽກງານສື່ມວນຊົນ ກັບອົງ ການພາຄີ ແລະ ອົງການການເມືອງຂຶ້ນ ໂດຍການເປັນປະທານຂອງທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ, ຜູ້ຊີ້ນໍາວຽກງານກົມໂຄສະນາ ສູນກາງແນວລາວສ້າງຊາດ, ມີບັນດາທ່ານຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມ, ສູນຝຶກອົບຮົມ, ຄະນະທີ່ປຶກສາວຽກງານໂຄສະນາ ສນຊ, ຕາງໜ້າຈາກກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ; ຕາງໜ້າອົງການພາຄີ ແລະ ອົງການການເມືອງ ແລະ ພະນັກງານກົມໂຄສະນາເຂົ້າຮ່ວມ ທີ່ຫ້ອງປະຊຸມ ສນຊ ໃນວັນທີ 24 ກຸມພາ 2023 ນີ້.
ກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບວຽກງານສື່ມວນຊົນຈາກແຕ່ລະພາກສ່ວນຄື: ກົມໂຄສະນາ ສູນກາງແນວລາວສ້າງຊາດ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສູນກາງສະຫະພັນແມ່ຍິງລາວ, ສູນກາງສະຫະພັນກໍາມະບານລາວ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ຄະນະໂຄສະນາ-ອົບຮົມ ສູນກາງພັກ ແລະ ຄະນະຈັດຕັ້ງສູນກາງພັກ. ພ້ອມນີ້ກອງປະຊຸມຍັງໄດ້ແລກປ່ຽນປະກອບຄໍາເຫັນກ່ຽວກັບການປັບປຸງແກ້ໄຂ ແລະ ແຜນວຽກງານສື່ມວນຊົນໃນຕໍ່ໜ້າ.
ທ່ານ ຈັນທະວົງ ແສນອາມາດມົນຕີ ໄດ້ສະແດງຄວາມຂອບໃຈຕໍ່ບັນດາທ່ານທີ່ໄດ້ປະກອບຄຳເຫັນແລກປ່ຽນບາງບົດຮຽນໃນຄັ້ງນີ້ ພ້ອມຈະນຳເອົາບັນດາຄຳຄິດຄຳເຫັນໄປຄົ້ນຄວ້າ ແລະ ປັບປຸງວຽກງານສື່ມວນຊົນ ຂອງສູນກາງແນວລາວສ້າງຊາດ ໃຫ້ໄດ້ຮັບຜົນສຳເລັດດີກວ່າເກົ່າ.
info@lfnd.org.la | 021 213754 | (856-21) 453191