ກອງປະຊຸມໃຫຍ່ໜ່ວຍພັກກົມກວດກາ ສູນກາງແນວລາວສ້າງຊາດ(ສນຊ) ຄັ້ງທີ IV ໄດ້ຈັດຂຶ້ນໃນວັນທີ່ 19 ກັນຍາ 2025 ທີ່ຫ້ອງປະຊຸມໃຫຍ່ຊັ້ນ 2 ສນຊ ພາຍໃຕ້ຄຳຂັວນ “ຍົກສູງຄວາມສາມາດໃນການຕິດຕາມ ກວດກາ ຢ່າງເລິກເຊິ່ງ, ໂປ່ງໃສ, ເປັນທຳ ແລະ ສູ້ຊົນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ສະມາຊິກພັກ ຂອງອົງຄະນະພັກ ສນຊ ຄັ້ງທີ VI ໃຫ້ປະກົດຜົນເປັນຈີງ”; ໂດຍການເປັນປະທານຂອງ ສະຫາຍ ນາງ ສີພະຈັນ ນັນທະວົງສາ ຄະນະປະຈຳພັກ, ເລຂາໜ່ວຍພັກກົມກວດກາ, ປະທານກວດກາພັກ-ລັດ, ຮອງປະທານ ສນຊ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ດຣ ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງປະທານຜູ້ປະຈໍາການ ສນຊ, ຄະນະທີ່ປຶກສາວຽກງານຍຸຕິທຳ ແລະ ກົດໝາຍ ສນຊ, ສະຫາຍເລຂາ-ຮອງເລຂາໜ່ວຍພັກບັນດາກົມ ພ້ອມດ້ວຍບັນດາສະຫາຍສະມາຊິກພັກພາຍໃນກົມ ເຂົ້າຮ່ວມ.
ກອງປະຊຸມ, ໄດ້ຮັບຟັງການຜ່ານລາຍງານການເມືອງທັງ 2 ພາກ ຄື: ຕີລາຄາຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກ ໃນໄລຍະ 5 ປີຜ່ານມາໂດຍຫຍໍ້ ເຊິ່ງໄດ້ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນ, ຈຸດດີ, ຈຸດອ່ອນ-ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງໜ້າທີ່, ຄາດໝາຍ ແລະ ແຜນວຽກຈຸດສຸມ ປີ 2026-2030. ພ້ອມກັນນີ້, ຍັງຜ່ານບົດສຳຫຼວດການນຳພາລວມຂອງຄະນະໜ່ວຍພັກ ສະໄໝທີ III ພ້ອມທັງກ່າວລາໜ້າທີ່; ໃນກອງປະຊຸມ, ສະຫາຍຜູ້ແທນສົມບູນ ໄດ້ໃຊ້ສິດປະຊາທິປະໄຕປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ ແລະ ກອງປະຊຸມຄັ້ງປະຖົມມະລຶກໄດ້ຮັບຮອງເອົາການເລືອກຕັ້ງຄະນະໜ່ວຍພັກ ສະໄໝທີ IV ຈຳນວນ 3 ສະຫາຍ ຄື: ສະຫາຍ ນາງ ໄຊທິດາ ພົມວິຫານ ເປັນເລຂາໜ່ວຍພັກ, ສະຫາຍ ສືເຊັ່ງ ຈື້ໄຊ ເປັນຮອງເລຂາໜ່ວຍພັກ ພ້ອມທັງເປັນປະທານກວດກາ, ສະຫາຍ ຈັກກະພັນ ພົງດາລັດ ເປັນກຳມະການໜ່ວຍພັກ;

ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້, ສະຫາຍ ດຣ ນາງ ອິນລະວັນ ແກ້ວບຸນພັນ ໄດ້ຕາງໜ້າຄະນະບໍລິຫານງານພັກ ສນຊ ໂອ້ລົມຕໍ່ກອງປະຊຸມ, ສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ໜ່ວຍພັກ ສຳເລັດການຊີ້ນຳ-ນຳພາວຽກງານກວກກາ ໃນໄລຍະຜ່ານມາ ແລະ ສະຫາຍຍັງໄດ້ເນັ້ນຕໍ່ກອງປະຊຸມຕື່ມວ່າ: 1) ຕ້ອງກຳແໜ້ນແນວທາງການເມືອງຂອງພັກ, ຄົ້ນຄວ້າເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ສນຊ, ມະຕິກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງທົ່ວປະເທດ ຄັ້ງທີ XII ກໍຄືນະໂຍບາຍ ແລະ ແຜນວຽກຕ່າງໆ ຂອງຄະນະພັກຂັ້ນເທິງໃຫ້ດີ; 2) ຍົກສູງຄວາມສາມາດການນໍາພາ ຂອງໜ່ວຍພັກ ຕາມເນື້ອໃນຄໍາຂວັນໃຫ້ສູງຂຶ້ນ, ຄົ້ນຄວ້າຮໍ່າຮຽນຍົກລະດັບຄວາມຮູ້ຄວາມສາມາດ ເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ ຫັນເປັນແຜນງານ, ໂຄງການ ແລະ ກິດຈະກຳລະອຽດ ເຂົ້າສູ່ໃນວຽກງານຕົວຈີງໃຫ້ມີໝາກຜົນ; 3) ເອົາໃຈໃສ່ປັບປຸງກໍ່ສ້າງກົງຈັກຂອງຕົນໃຫ້ເຂັ້ມແຂງ ແລະ ຈັດຕັ້ງຜັນຂະຫຍາຍ 4 ເສີມສ້າງຂອງວຽກງານແນວລາວສ້າງຊາດ; ເປັນເຈົ້າການສະກັດກັ້ນປະກົດການຫຍໍ້ທໍ້ບໍ່ໃຫ້ເກີດຂຶ້ນ ໃນໜ່ວຍພັກ ແລະ ເອົາໃຈໃສ່ຕິດຕາມກວດກາ ການປະຕິບັດກົດລະບຽບຂອງພັກ; 4) ປັບປຸງກົນໄກການປະສານງານກັບບັນດາໜ່ວຍພັກ ພາຍໃນ ສນຊ, ພາກສ່ວນຕ່າງໆ ໃນການຕິດຕາມ, ຊຸກຍູ້ການຜັນຂະຫຍາຍມະຕິ, ຄໍາສັ່ງ ແລະ ແຜນວຽກຕ່າງໆ ທີ່ຂັ້ນເທິງວາງອອກຢ່າງເປັນປົກກະຕິ; 5) ຊີ້ນໍາ-ນໍາພາວຽກງານອົງການຈັດຕັ້ງມະຫາຊົນ ໃຫ້ປະກອບສ່ວນຈັດຕັ້ງປະຕິບັດ ເນື້ອໃນຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ຂົງເຂດແນວລາວສ້າງຊາດຢ່າງແຂງແຮງ;
ພ້ອມກັນນັ້ນ, ສະຫາຍ ຍັງໄດ້ຮຽກຮ້ອງ ໃຫ້ຄະນະໜ່ວຍພັກຊຸດໃໝ່ ຕ້ອງເຮັດທຸກສິ່ງທຸກຢ່າງ ເພື່ອພາລະກິດລວມ ຂອງປະເທດຊາດ, ຕ້ອງຢຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດບັນດາຫຼັກການ, ລະບອບແບບແຜນວິທີນໍາພາຂອງພັກ, ຝຶກຝົນຫຼໍ່ຫຼອມ ກໍ່ສ້າງຕົນເອງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ເປັນແບບຢ່າງນໍາໜ້າ ແລະ ຊື່ສັດບໍລິສຸດ ຕໍ່ອຸດົມຄະຕິຂອງພັກ ແລະ ໃຫ້ມີຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ.
ຂ່າວ+ພາບ: ເຢ
ບກ: ອຸດອນ



