ກອງປະຊຸມໃຫຍ່ໜ່ວຍພັກກົມສາສະໜາ ສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ VII ໄດ້ເປີດຂຶ້ນ ພາຍໃຕ້ການເປັນປະທານຂອງ ສະຫາຍ ຄໍາຢາດ ຣາຊດາວົງ, ກຳມະການຄະນະພັກ ເລຂາໜ່ວຍພັກກົມສາສະໜາ ເປັນກຽດເຂົ້າ ຮ່ວມຂອງ ສະຫາຍ ດຣ ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ ຮອງປະທານຜູ້ປະຈຳການ ສນຊ, ມີບັນດາສະຫາຍເລຂາໜ່ວຍພັກບັນດາກົມອ້ອມຂ້າງ, ຄະນທີ່ປຶກສາ ແລະ ຄູ່ຮ່ວມງານ ວຽກງານສາສະໜາ; ພະນັກ ງານປະຕິວັດອາວຸໂສບຳນານ; ບັນດາສະຫາຍສະມາຊິກພັກກົມໂຄສະນາ ແລະ ຕາງໜ້າອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມທັງໝົດ ຈຳນວນ 38 ສະຫາຍ, ຍິງ 17 ສະຫາຍ ໃນວັນທີ່ 22 ກັນຍາ 2025 ທີ່ຫ້ອງປະຊຸມໃຫຍ່ຊັ້ນ 2 ສູນກາງແນວລາວສ້າງຊາດ.
ກອງປະຊຸມໄດ້ດຳເນີນພາຍໃຕ້ຫົວຂໍ້ “ຍົກສູງຄວາມສາມາດນໍາພາ ຂອງຄະນະໜ່ວຍພັກ, ເສີມສ້າງຄຸນນະທໍາສາສະໜາ, ສ້າງເສດຖະກິດເປັນເຈົ້າຕົນເອງ, ສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກສູນກາງແນວລາວສ້າງຊາດ ໃຫ້ປະກົດຜົນເປັນຈິງ”; ໃນນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານລາຍງານການເມືອງປະກອບດ້ວຍ 2 ພາກ ຄື: ຕີລາຄາຜົນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ VI ເຊິ່ງໄດ້ຍົກໃຫ້ເຫັນຈຸດດີ, ຈຸດອ່ອນ-ຂໍ້ຄົງຄ້າງ ພ້ອມທັງບົດຮຽນທີ່ຖອດຖອນໄດ້ ໃນໄລຍະຜ່ານມາ ແລະ ທິດທາງໜ້າທີ່ ໄລຍະ 2026-2030 ໂດຍມີທິດທາງໜ້າທີ່ລວມ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມໃນແຕ່ລະດ້ານ; ພ້ອມນີ້, ຄະນະໜ່ວຍພັກໄດ້ຜ່ານບົດສຳຫຼວດການນຳພາລວມຂອງຄະນະໜ່ວຍພັກສະໄໝທີ VI ພ້ອມທັງກ່າວລາໜ້າທີ່; ໂອກາດນີ້, ບັນດາສະຫາຍຜູ້ແທນສົມບູນ ໄດ້ໃຊ້ສິດປະຊາທິປະໄຕບ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ ຈຳນວນ 5 ສະຫາຍ ເລືອກເອົາ 3 ສະຫາຍ; ກອງປະຊຸມຄັ້ງປະຖົມມະລຶກ ໄດ້ຮັບຮອງເອົາການເລືອກຕັ້ງ ຄະນະໜ່ວຍພັກກົມສາສະໜາ ສະໄໝທີ VII ຈຳນວນ 3 ສະຫາຍ ຄື: ສະຫາຍ ຄໍາຢາດ ຣາຊດາວົງ ເປັນເລຂາໜ່ວຍພັກ, ສະຫາຍ ບຸນທະວີ ພອນທະສິນ ເປັນຮອງເລຂາໜ່ວຍພັກ ທັງເປັນປະທານກວດກາ, ສະຫາຍ ຈັັນທະລາ ຂັນທະລັງສີ ເປັນກຳມະການໜ່ວຍພັກ.

ໂອກາດນີ້, ສະຫາຍ ຮອງເລຂາຄະນະພັກ ສນຊ ເປັນກຽດໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍ ຕໍ່ຜົນງານ ກໍ່ຄືຜົນສຳເລັດທີ່ໜ່ວຍພັກຍາດມາໄດ້ໃນໄລຍະຜ່ານມາ; ໃນນີ້, ໄດ້ເນັ້ນກ່ຽວກັບທິດທາງແຜນການ ເຊິ່ງມີບາງເນື້ອໃນວ່າ: ໜ່ວຍພັກກົມສາສະໜາ ຕ້ອງກໍາແໜ້ນແນວທາງການເມືອງຂອງພັກ ແລະ ຫັນເປັນແຜນລະອຽດ ໂດຍແທດ ເໝາະກັບພາລະບົດບາດຂອງກົມ; ຍົກສູງຄວາມສາມາດການນໍາພາຂອງໜ່ວຍພັກກົມສາສະໜາປະຕິບັດຕາມເນື້ອໃນ ຄໍາຂວັນໃຫ້ມີຜົນສຳເລັດ; ປັບປຸງທໍາມະນູນສົງ, ກຳນົດພິທີກຳ, ນິຕິກໍາຕ່າງໆ ໃຫ້ຖືກຕ້ອງຕາມລັດຖະທຳນູນ ແລະ ກົດໝາຍ ສປປ ລາວ; ຕ້ອງເອົາໃຈໃສ່ປັບປຸງກໍ່ສ້າງກົງຈັກຂອງຕົນໃຫ້ເຂັ້ມແຂງ, ສ້າງພະນັກງານ ໃຫ້ມີຄວາມຮູ້, ຄວາມສາມາດໃນການຄົ້ນຄວ້າ, ຂີດຂຽນ, ມີທັດສະນະຫຼັກໝັ້ນ, ຄຸນສົມບັດ ສິນທຳປະຕິວັດ (4 ເສີມສ້າງ); ເປັນເຈົ້າການສະກັດກັ້ນປະກົດການຫຍໍ້ທໍ້ບໍ່ໃຫ້ເກີດຂຶ້ນໃນໜ່ວຍພັກ, ເອົາໃຈໃສ່ຕິດຕາມກວດກາ, ການປະຕິບັດກົດລະບຽບຂອງພັກໃຫ້ດີ; ປັບປຸງກົນໄກການປະສານງານກັບບັນດາກົມ ພາຍໃນ ສນຊ; ບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ໃນການຕິດຕາມ, ຊຸກຍູ້ການຜັນຂະຫຍາຍມະຕິ, ຄໍາສັ່ງ, ແຜນວຽກຕ່າງໆ ທີ່ຂັ້ນເທິງວາງອອກຢ່າງເປັນປົກກະຕິ (4 ການຫັນປ່ຽນ); ນໍາພາອົງການຈັດຕັ້ງມະຫາຊົນ ຫັນເຂົ້າສູ່ຂະບວນການຕົວຈິງ ເປັນຕົ້ນແມ່ນຈັດຕັ້ງປະຕິບັດ ຄໍາຂວັນ ຂອງແຕ່ລະອົງການ; ພ້ອມກັນນັ້ນ ກໍມີຄໍາເຫັນເນັ້ນຕື່ມຕໍ່ບັນດາສະຫາຍ ທີ່ໄດ້ຮັບການເລືອກຕັ້ງເປັນຄະນະພັກຊຸດໃໝ່ ໃຫ້ເອົາໃຈໃສ່ສືບຕໍ່ນໍາພາ-ຊີ້ນໍາ ຈັດຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເນື້ອໃນ ກໍ່ຄືມະຕິກອງປະຊຸມໃຫ່ຍຄັ້ງນີ້ ໂດຍຫັນເປັນແຜນການ, ແຜນງານ, ໂຄງການ ປະກົດຜົນເປັນຈິງ; ອັນທີ່ຄວນເອົາໃຈ ໃສ່ທີ່ສຸດຕ້ອງເດັດຂາດ ຕ້ານປະກົດການຫຍໍ້ທໍ້ ບໍ່ໃຫ້ເກີດຂຶ້ນໃນໜ່ວຍພັກ; ສືບຕໍ່ຝຶກຝົນຫຼ່ໍຫຼອມ ກໍ່ສ້າງຕົນເອງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ເປັນແບບຢ່າງນໍາໜ້າດ້ວຍຄວາມຈົ່ງຮັກພັກດີ ແລະຄວາມຊື່ສັດບໍລິສຸດ ຕໍ່ ອຸດົມຄະຕິຂອງພັກ ແລະ ຜົນປະໂຫຍດ ຂອງປະເທດຊາດ; ຮຽກຮ້ອງບັນດາສະຫາຍສະມາຊິກພັກ-ພະນັກງານ ຈົ່ງສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊຸກຍູ້ການເຄື່ອນໄຫວເຮັດໜ້າທີ່ ໃຫ້ມີຜົນສໍາເລັດ ໃຫ້ສົມຄູ່ກັບພາລະບົດບາດໃນວຽກງານສາສະໜາໃຫ້ກວ້າງຂວາງເລິກເຊີ່ງ ແລະ ທົ່ວເຖິງທຸກກຸ່ມເປົ້າໝາຍ.



