ກອງປະຊຸມໃຫຍ່ໜ່ວຍພັກສູນຄົ້ນຄວ້າ-ຝຶກອົບຮົມ ສນຊ ຄັ້ງທີ I ສໍາເລັດຢ່າງຈົບງາມ

      ກອງປະຊຸມໃຫຍ່ໜ່ວຍພັກສູນຄົ້ນຄວ້າ-ຝຶກອົບຮົມ ສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ I ໄດ້ໄຂຂຶ້ນ ພາຍໃຕ້ການເປັນປະທານຂອງ ສະຫາຍ ຄະນອງລິດ ສີສົມບູນ ກຳມະການຄະນະພັກ ເລຂາໜ່ວຍພັກສູນຄົ້ນຄວ້າ-ຝຶກອົບຮົມ ເປັນກຽດເຂົ້າຮ່ວມຂອງສະຫາຍ ຄຳຜອຍ ວັນນະສານ, ກໍາມະການສູນກາງພັກ, ຮອງເລຂາຄະນະພັກ ຮອງປະທານສູນກາງແນວລາວສ້າງຊາດ, ມີບັນດາສະຫາຍ ຜູ້ແທນສົມບູນ ແລະ ແຂກຖືກເຊີນເຂົ້າຮ່ວມ ທັງໜົດ 34 ສະຫາຍ, ຍິງ 13 ສະຫາຍ, ໃນນັ້ນມີ ຜູ້ແທນສົມບູນ 13 ສະຫາຍ ຍິງ 4 ສະຫາຍ, ຢູ່ທີ່ຫ້ອງປະຊຸມໃຫຍ່ ຊັ້ນ 2 ສູນກາງແນວລາວສ້າງຊາດ, ໃນວັນທີ 24 ກັນຍາ 2025.
     ກອງປະຊຸມໄດ້ດຳເນີນພາຍໃຕ້ຫົວຂໍ້ “ຍົກສູງຄວາມສາມາດນຳພາຂອງຄະນະໜ່ວຍພັກ, ຄົ້ນຄວ້າວຽກງານແນວ ໂຮມໃຫ້ເລິກເຊິ່ງ, ຝຶກອົບຮົມວຽກງານແນວໂຮມໃຫ້ທົ່ວເຖິງ, ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ອົງຄະນະພັກ ສນຊ ຄັ້ງທີ VI ໃຫ້ປະກົດຜົນເປັນຈິງ”; ໃນນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານຮ່າງລາຍງານການເມືອງປະກອບດ້ວຍ 2 ພາກ ຄື: ຕີລາຄາຜົນການຊີ້ນຳ-ນຳພາ ສະໄໝແຕ່ງຕັ້ງບົ່ງຕົວ ຂອງໜ່ວຍພັກໄລຍະ 5 ປີ (2021-2025) ເຊິ່ງໄດ້ຍົກໃຫ້ເຫັນ ຈຸດດີ-ຜົນສໍາເລັດ ແລະ ສາເຫດທີ່ພາໃຫ້ມີຈຸດອ່ອນ-ຂໍ້ຄົງຄ້າງ ພ້ອມທັງບົດຮຽນທີ່ຖອດຖອນໄດ້ ໃນໄລຍະຜ່ານມາ ແລະ ທິດທາງໜ້າທີ່ ໄລຍະ 2026-2030 ໂດຍມີທິດທາງໜ້າທີ່ລວມ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມໃນແຕ່ລະດ້ານ; ພ້ອມນີ້, ຄະໜ່ວຍພັກໄດ້ຜ່ານບົດສຳຫຼວດການນຳພາລວມຂອງຄະນະໜ່ວຍພັກສູນຄົ້ນຄວ້າ-ຝຶກອົບຮົມ ແຕ່ປີ 2021-2025 ພ້ອມທັງກ່າວລາໜ້າທີ່; ໂອກາດນີ້, ບັນດາສະຫາຍຜູ້ແທນສົມບູນ ໄດ້ໃຊ້ສິດປະຊາທິປະໄຕບ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ ທີ່ລົງສະໝັກຈຳນວນ 5 ສະຫາຍ ເລືອກເອົາ 3 ສະຫາຍ; ກອງປະຊຸມຄັ້ງປະຖົມມະລຶກ ໄດ້ຮັບຮອງເອົາການເລືອກຕັ້ງ ຄະນະໜ່ວຍພັກສູນຄົ້ນຄວ້າ-ຝຶກອົບຮົມ ສະໄໝທີ I ຈຳນວນ 3 ສະຫາຍ ຄື: ສະຫາຍ ຄະນອງລິດ ສີສົມບູນ ເປັນເລຂາໜ່ວຍພັກ, ສະຫາຍ ນາງ ພອນສະຫວັນ ສຸກສຸວັນກອນ ເປັນຮອງເລຂາໜ່ວຍພັກ, ສະຫາຍ ນາງ ແສງຈັນ ພິມມະວົງ ເປັນກຳມະການໜ່ວຍພັກ ທັງເປັນປະທານກວດກາ ພັກ-ລັດ ໜ່ວຍພັກ ແລະ ສະຫາຍ ຊົງທາວ ເພຍຫຼວງ ເປັນຮອງປະທານກວດກາ;
     ໂອກາດນີ້, ຄຳຜອຍ ວັນນະສານ ຮອງປະທານ ສນຊ ເປັນກຽດໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານ ກໍ່ຄືຜົນສຳເລັດທີ່ໜ່ວຍພັກຍາດມາໄດ້ໃນໄລຍະຜ່ານມາ; ໃນນີ້, ໄດ້ມີຄຳເຫັນແລກປ່ຽນຕໍ່ກັບການເພີ່ມທະວີ ແລະ ວິທີການແກ້ໄຂ ກໍຄືຄວາມເປັນຫວງເປັນໄຍຕໍ່ຈຸດອ່ອນ-ຂໍ້ຄົງຄ້າງ ຈຳນວນໜຶ່ງ ທີ່ໄດ້ລະບຸໃນບົດລາຍງາຍການເມືອງ ແລະ ບົດສຳຫຼວດຂອງໜ່ວຍພັກ ທີ່ຈະຕ້ອງໄດ້ເອົາໃຈໃສ່ປັບປຸງແກ້ໄຂໃຫ້ໄດ້ຮັບຜົນດີ; ເວົ້າລວມ ເວົ້າສະເພາະແມ່ນວຽກງານຄົ້ນຄວ້າທິດສະດີ ແລະ ພຶດຕິກຳຂອງວຽກງານແນວໂຮມ, ການສ້າງເອກະສານ ແລະ ຈັດຝຶກອົບຮົມໃຫ້ແທດເໝາະກັບສະພາບການພັດທະນາທາງດ້ານເສດຖະກິດ-ສັງຄົມ ໃນປັດຈຸບັນ; ພ້ອມນັ້ນ, ສະຫາຍໄດ້ເນັ້ນ ຕໍ່ກັບທິດທາງໜ້າທີ່ລວມ, 7 ຄາດໝາຍສູ້ຊົນ ແລະ ແຜນວຽກຈຸດສຸມແຕ່ລະດ້ານ; ໄດ້ເນັ້ນໃຫ້ບັນດາສະຫາຍ ທີ່ໄດ້ຮັບການເລືອກຕັ້ງເປັນຄະນະພັກຊຸດໃໝ່ນີ້ ໃຫ້ເອົາໃຈໃສ່ ໃນ 6 ຂໍ້ ແລະ ຍັງໄດ້ມີຄຳເຫັນເພີ່ມຕື່ມ ຕໍ່ຜູ້ແທນ ກອງປະຊຸມ, ເຊິ່ງບັນດາຄຳເຫັນໂອ້ລົມດັ່ງກ່າວນັ້ນ ລ້ວນແຕ່ມີເນື້ອໃນໜັກແໜ້ນ, ມີຄວາມໝາຍສຳຄັນ ແລະ ເປັນທິດຊີ້ນຳ ໃຫ້ຄະນະໜ່ວນພັກຊຸດໃໝ່ ນຳໄປໝູນໃຊ້ໃນການນຳພາ ເຄື່ອນໄຫວວຽກງານຂອງສູນຄົ້ນຄວ້າ-ຝຶກອົບຮົມ ໃນ 5 ປີ ຕໍ່ໜ້າໃຫ້ມີຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າ; ກອງປະຊຸມໄດ້ໄຂຂຶ້ນ ແລະ ອັດລົງໃນວັນດຽວກັນ ດ້ວຍຜົນສຳເລັດອັນຈົບງາມ.
ບກ: ພ. ບຸບຜາ
ຂ່າວ: ພ.ພຽງ
ພາບ: ແສງຫຼ້າ