ກອງປະຊຸມໃຫຍ່ ຜູ້ແທນພຣະສົງທົ່ວປະເທດສະໄໝທີ IX

 
ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ໄດ້ເປີດກອງປະຊຸມໃຫຍ່ ຜູ້ແທນພຣະສົງທົ່ວປະເທດສະໄໝທີ IX ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ, ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງພຣະອາຈານໃຫຍ່ ມະຫາເຫວດ ມະເສໄນ ປະທານສູນກາງ ອພສ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີບັນດາທ່ານການນໍາພັກ-ລັດ ແຂກຜູ້ຊົງຄຸນວຸດທິ ພຸດທະສາສະນິ ກະຊົນເຂົ້າຮ່ວມ ໃນຕອນເຊົ້າຂອງວັນທີ 23 ທັນວາ 2025 ນີ້
ພຣະອາຈານໃຫຍ່ ມະຫາເຫວດ ມະເສໄນ ກ່າວເປີດກອງປະຊຸມວ່າ ກອງປະຊຸມຈະໄດ້ພ້ອມກັນສະຫຼຸບຕີລາຄາຄືນຜົນງານ ຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນພຣະສົງທົ່ວປະເທດ ສະໄໝທີ VIII ຂອງ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ, ສັງເກດຕີລາຄາຈຸດດີ ກໍຄືຜົນງານທີ່ບັນລຸເປັນໝາກຜົນທີ່ຍາດມາໄດ້, ພ້ອມທັງຊອກຮູ້ຈຸດອ່ອນ, ຂໍ້ຄົງຄ້າງ, ບັນດາສາຍເຫດ, ຂໍ້ຫຍຸ້ງຍາກ ແລະ ບົດຮຽນທີ່ຖອດຖອນໄດ້ ໃນໄລຍະ 5 ປີທີ່ຜ່ານມາ; ກອງປະຊຸມ ຈະໄດ້ ກຳນົດທິດທາງແຜນການ ແລະ ແຜນພັດທະນາ ຂອງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ໃນໄລຍະ 5 ປີຕໍ່ໜ້າ ແຕ່ປີ 2026-2030. ກອງປະຊຸມ ຈະໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນ ຂອງບັນດາຜູ້ແທນກອງປະຊຸມໃຫຍ່ ເພື່ອພ້ອມກັນເຮັດໃຫ້ພາລະະບົດບາດ, ສິດ ແລະ ໜ້າທີ່ ຂອງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ແລະ ບັນດາບົດຮຽນທີ່ຖອດຖອນໄດ້ ກ່ຽວກັບການເຕົ້າໂຮມຄວາມສາມັກຄີ ແລະ ນໍາເອົາກໍາລັງແຮງດັ່ງກ່າວເຂົ້າສູ່ຂະບວນການ ຂອງວຽກງານຕົວຈິງ ເຊິ່ງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ໄດ້ຮັບໝາກຜົນສໍາເລັດ ຂຶ້ນກວ່າເກົ່າ. ພ້ອມກັນນີ້, ພຣະອາຈານໃຫຍ່ ມະຫາເຫວດ ມະເສໄນ ຍັງຮຽກຮ້ອງມາຍັງຜູ້ແທນພຣະສົງ ທົ່ວປະເທດ ຈົ່ງພ້ອມພຽງກັນເຊີດຊູຄວາມຮັບຜິດຊອບສູງ ແລະ ເປັນເຈົ້າການເສີມຂະຫຍາຍສະຕິປັນຍາ, ເຫື່ອແຮງ, ຍົກສູງ ນໍ້າໃຈຮັບຜິດຊອບໃນການຄົ້ນຄວ້າ ປະກອບຄຳຄິດຄຳເຫັນ ແລະ ປະຕິບັດໂມງເວລາຢ່າງເຄັ່ງຄັດ ເພື່ອເຮັດໃຫ້ກອງປະຊຸມໃຫຍ່ ພຣະສົງທົ່ວປະເທດ ສະໄໝທີ IX ນີ້ ໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້ທຸກປະການ.
ບກ: ພ.ບຸບຜາ
ຂ່າວ-ພາບ:ລີ+ລິຂິດ