ໂດຍການເປັນປະທ່ານ ຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ). ມີທ່ານຮອງປະທານສູນກາງແນວລາວສ້າງຊາດ; ບັນດາທ່ານ ລັດຖະມົນຕີ; ຫົວໜ້າອົງການ; ເຈົ້າຄອງນະຄອນຫຼວງ; ມີຫົວໜ້າກົມ ແລະ ຫົວໜ້າຫ້ອງການ ສນຊ ເຂົ້າຮ່ວມ. ມີບັນດາກະຊວງ-ອົງການໃນນະຄອນຫຼວງ; ແຂວງ; ເມືອງ ທົ່ວປະເທດເຂົ້າຮ່ວມ ໂດຍຜ່ານ ວິດີໂອທາງໄກ. ໃນວັນທີ 8 ພະຈິກ 2024 ທີ່ຫ້ອງປະຊຸມສູນກາງແນວລາວສ້າງຊາດ

ໃນກອງປະຊຸມໄດ້ມີຄຳເຫັນແນະນຳວ່າດ້ວຍການສ້າງຂະບວນການ, ແຂ່ງຂັນ ແລະ ຍ້ອງຍໍ ເພື່ອສະເຫຼີມສະຫຼອງ ສາມວັນປະຫວັດສາດ; ແຜນການເຄື່ອນໄຫວອະນຸກຳມະການຂະບວນການແຂ່ງຂັນ ແລະ ຍ້ອງຍໍ ສະເຫຼີມສະຫຼອງ ສາມວັນປະຫວັດສາດ ປີ 2025; ແຜນວຽກຂະບວນການກອງປະຊຸມໃຫ່ຍ ຄັ້ງທີ XII ຂອງພັກ; ແຜນວຽກຂະບວນການສະເຫຼີມສະຫຼອງ ສາມວັນປະຫວັດສາດ. ໃນກອງປະຊຸມບັນດາທ່ານຜູ້ແທນໄດ້ມີຄຳເຫັນແລກປ່ຽນ, ຖາມ-ຕອບເຊິ່ງກັນ ແລະກັນ ຢ່າງກົງໄປກົງມາຢ່າງເປັນຂະບວນຝົດຟືນ.
ໃນຕອນທ້າຍກອງປະຊຸມ ທ່ານສິນລະວົງ ຄຸດໄພທູນ ໄດ້ກ່າວສະແດງຄວາມຂອບໃຈມາຍັງສະຫາຍບັນດາທ່ານ ທີ່ສັງກັດຢູ່ໃນອະນຸກຳມະການໂຄສະນາ, ຂະບວນການ, ແຂ່ງຂັນ ແລະ ຍ້ອງຍໍ ກອງປະຊຸມໃຫ່ຍຄັ້ງທີ XII ຂອງພັກ ແລະ ສະເຫຼີມສະຫຼອງ ສາມວັນປະຫວັດສາດ ປີ 2025 ທີ່ໄດ້ມາຮ່ວມພ້ອມພຽງກັນໃນມື້ນີ້ ແລະ ຂອບໃຈບັນດາສະຫາຍການນຳຂອງທຸກກະຊວງ-ອົງການ; ແຂວງ ແລະ ເມືອງ ທົ່ວປະເທດ. ທີ່ໄດ້ເຂົ້າຮ່ວມຮັບຟັງຄຳແນະນຳຂອງອານຸຂະບວນການໃນມື້ນີ້, ການເຂົ້າຮ່ວມຂອງບັນດາທ່ານບັນດາສະຫາຍສະແດງໃຫ້ເຫັນຄວາມເປັນປຶກແຜນ, ຄວາມກຽມພ້ອມຍູ້ຂະບວນການສະເຫຼີມສະຫຼອງສາມວັນປະຫວັດສາດໃນປີໜ້ານີ້. ແລະ ການກະກຽມກອງປະຊຸມໃຫ່ຍຂອງອົງຄະນະພັກຂັ້ນຕ່າງໆ ກໍ່ຄືກອງປະຊຸມໃຫ່ຍ ຄັ້ງທີ XII ຂອງພັກໃນຕໍ່ໜ້າໃຫ້ດີຂື້ນກວ່າທີ່ຜ່ານມາ; ໃນເມື່ອໄດ້ຮັບຄຳແນາະນຳແລ້ວ ສະເໜີໃຫ້ການນຳຂອງທຸກກະຊວງອົງການແຂວງ ຂອງຮາກຖານຕ່າງໆ ຕ້ອງໄດ້ສ້າງແຜນການເຄື່ອນໄຫວຂອງຕົນເອງຄ້າຍຄືກັບຂອງອະນຸກຳມະການແຂ່ງຂັນ ແລະ ຍ້ອງຍໍ ທີ່ໄດ້ແນະນຳໄປແລ້ວນັ້ນ ເພື່ອເຮັດໃຫ້ທຸກພາກສ່ວນເຂົ້າໃຈເຊື່ອມຊືມເຂົ້າຮ່ວມຈັດຕັ້ງປະຕິບັດ; ຕ້ອງໄດ້ປະຕິບັດໃຫ້ໄດ້ທັງໝົດຂອງວຽກງານຕ່າງໆ ເປັນຕົ້ນແມ່ນຄັດເລືອກຜົນງານ, ຄັດເລືອກຕົວເດັ່ນຕ່າງໆ. ກ່ອນອື່ນໝົດແມ່ນສຸ່ມໃສ່ສະເຫຼີມສະຫຼອງ 70 ປີຂອງພັກ; ຂໍໃຫ້ເລັ່ງລັດໃຫ້ຖືກຕ້ອງຕາມລະບຽບກົດໝາຍຂອງລັດ; ຍູ້ແຮງວຽກງານສື່ມວນຊົນ ໃຫ້ເປັນກະບອກສຽງໃຫ້ພັກ-ລັດໃຫ້ກວ້າງຂວາງ; ຕິດຕາມວ່າສື່ດັ່ງກ່າວໄປຮອດໄປເຖິງ ວ່າມີຜົນສະທ້ອນ ຫຼື ຜົນກະທົບ ຈູງໃຈໄປຮອດໄປເຖິງຮາກຖານ ປະຊາຊົນ ຊັ້ນຄົນເລົ່ານັ້ນແລ້ວບໍ່. ສຸດທ້າຍນີ້ ຢາກໃຫ້ພົ້ນເດັ່ນ ຕາມຈິດໃຈຂອງກົມການເມືອງ; ຂອງຄະນະເລຂາທິການ; ຂອງລັດຖະບານ ແລະ ກອງປະຊຸມສູນກາງ ແມ່ນສຸ່ມໃສ່ກະກຽມກອງປະຊຸມໃຫ່ຍ ຂັ້ນອົງຄະນະພັກເມືອງ, ລົງໃຫ້ເຖິງທ້ອງຖິ່ນຮາກຖານ-ບ້ານ ເປັນຂະບວນຝົດຟືນ ໃຫ້ດີຂື້ນກວ່າເກົ່າ.


