ກອງປະຊຸມ 3 ປະທານແນວໂຮມ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 5 ໄດ້ໄຂຂຶ້ນຢ່າງເປັນທາງການ ຢູ່ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ໂດຍການເປັນປະທານ ຂອງ ທ່ານ ປອ. ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາງສ້າງຊາດ, ທ່ານ ສົມເດັດ ນາງ ກິດຕິ ຊັງຮັກບານດິດ ແມນຊຳອານ ປະທານສະພາແນວໂຮມສາມັກຄີພັດທະນາ ມາຕຸພູມ ຣາຊະອານາຈັກກຳປູເຈຍ ແລະ ທ່ານ ໂດ້ວັນຈຽນ ປະທານສູນກາງແນວໂຮມປະເທດຊາດຫວຽດນາມ ມີບັນດາທ່ານຮອງປະທານແນວລາວສ້າງຊາດ, ຄະນະກົມ, ແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງເເຂົ້າຮ່ວມ ວັນທີ 9 ເມສາ 2024 ນະຄອນຫຼວງວຽງຈັນ.
ໃນກອງປະຊຸມ 3 ປະທານແນວໂຮມ ກໍາປູເຈຍ-ລາວ-ຫວຽດນາມ ໄດ້ມີຄຳເຫັນກ່າວເປີດ ແລະ ທົບທວນຄືນຜົນການຈັດຕັ້ງປະຕິບັດບົດບັນທຶກຮ່ວມມືທີ່ໄດ້ເຊັນຮ່ວມກັນໃນກອງປະຊຸມ 3 ປະທານແນວໂຮມ ຄັ້ງທີ 4 ໃນປີ 2020 ຜ່ານມາ. ເຊິ່ງທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ ໄດ້ມີຄໍາເຫັນຕໍ່ກອງປະຊຸມ ເຊິ່ງທ່ານກ່າວວ່າ: ຕະຫຼອດໄລຍະ 3 ປີຜ່ານມາ ແນວໂຮມ 3 ປະເທດ ໄດ້ມີການປະສານສົມທົບ ພົວພັນຮ່ວມມື, ຮັດແໜ້ນຄວາມສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ອຳນວຍຄວາມສະດວກໃຫ້ແນວໂຮມຂັ້ນທ້ອງຖີ່ນ ກໍຄືປະຊາຊົນຂອງສາມປະ ເທດ ກຳປູເຈຍ-ລາວ-ຫວຽດນາມ ໄປມາຫາສູ່ກັນດ້ວຍຄວາມສາມັກຄີ ແລະ ຖຶກຕ້ອງຕາມລະບຽບກົດໝາຍ ຂອງແຕ່ລະປະເທດ.
ທ່ານ ຄໍາໄຫຼ ສີປະເສີດ ຮອງປະທານຜູ້ປະຈໍາການສູກາງແນວລາວສ້າງຊາດ ໄດ້ຜ່ານບົດລາຍງານໝາກຜົນແຫ່ງການຈັດຕັ້ງຜັນຂະຫຍາຍບົດບັນທຶກຊ່ວຍຈຳ ແຜນການຮ່ວມມືໄລຍະ 3 ປີຜ່ານມາ (2020-2023) ເຊິ່ງໄດ້ຜັນຂະ ຫຍາຍລົງສູ່ຮາກຖານທ້ອງຖີ່ນຢ່າງກ້ວາງຂວາງ ສາມາດຮັກສາໄດ້ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ໃນບໍລິເວນເສັ້ນຊາຍແດນ ຂອງສາມປະເທດ ແລະ ໄດ້ມີຜົນສຳເລັດການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ວິຊາການຫຼາຍຄະນະ, ແນວໂຮມຂັ້ນທ້ອງຖີ່ນໄດ້ພົບແລກປ່ຽນບົດຮຽນ, ແຮກສ່ຽວເຊິ່ງກັນ ແລະ ກັນ. ພ້ອມກັນນີ້, ແນວໂຮມສາມັກຄີພັດທະນາມາຕຸພູມກຳປູເຈຍ ແລະ ສູນກາງແນວໂຮມປະເທດຊາດຫວຽດນາມ ກໍ່ໄດ້ລາຍງານສະພາບການ ຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈຳທີ່ຜ່ານມາ ໂດຍຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນຫຼາຍດ້ານ ຕໍ່ສາຍພົວພັນຮ່ວມມືຂອງສາມປະເທດ ກຳປູເຈຍ-ລາວ-ຫວຽດນາມ. ກອງປະຊຸມຄັ້ງນີ້ 3 ປະທານແນວໂຮມກໍໄດ້ລົງນາມເຊັນບົດບັນທຶກຊ່ວຍຈຳ ແຜນການຮ່ວມມື 3 ຝ່າຍ ເຊິ່ງມີ 6 ວຽກງານຈຸດສຸມແຕ່ປີ 2024-2027 ທີ່ຈະພ້ອມກັນສືບຕໍ່ພົວພັນຮ່ວມມືໃຫ້ເກີດປະໂຫຍດສູງສຸດໃຫ້ແກ່ສາມປະເທດກໍຄືປະຊາຊົນ ກຳປູເຈຍ-ລາວ-ຫວຽດນາມຍິ່ງໆຂື້ນ.



