ການນໍາຂອງສູນກາງແນວລາວສ້າງຊາດ ລົງເຄື່ອນໄຫວຢູ່ເມືອງໝື່ນ ແລະ ເມືອງຊະນະຄາມ ແຂວງວຽງຈັນ.

     ວັນທີ 27 ແລະ 28 ພະຈິກ 2024 ນີ້, ທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມປະຊາຊົນບັນດາເຜົ່າຢູ່ເມືອງໝື່ນ ແລະ ເມືອງຊະນະຄາມ ແລະ ມອບເຄື່ອງຊ່ວຍເຫຼືອບັນເທົາທຸກເຄື່ອງອຸປະໂພກ ແລະ ບໍລິໂພກເປັນຕົ້ນແມ່ນເຂົ້າສານຈໍານວນ 4 ໂຕ່ນ, ເຄື່ອງປຸງອາຫານສໍາເລັດຮູບ 147 ຊຸດ ລວມເປັນມູນຄ່າທັງໝົດ 144 ລ້ານກີບ ໃຫ້ປະຊາຊົນທີ່ຖືກຜົນກະທົບໄພນໍ້າຖ້ວມ.
     ໃນການລົງພົບປະຢ້ຽມຢາມໃນຄັ້ງນີ້, ໄດ້ຮັບຟັງການລາຍງານສະພາບລວມ ແລະ ຜົນງານການເຄື່ອນໄຫວໂດຍຫຍໍ້ຂອງອໍານາດການປົກຄອງເມືອງ, ອໍານາດການປົກຄອງບ້ານ ໃນການເອົາໃຈໃສ່ປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດ ແລະ ສ້າງສາພັດທະນາເສດຖະກິດຄອບຄົວເປັນຢ່າງຍິ່ງ. ຫຼັງຈາກນັ້ນ ທ່ານ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ມີຄໍາເຫັນແລກປ່ຽນໂອ້ລົມກັບປະຊາຊົນ, ກ່ອນອື່ນໝົດ ທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນໍາພາຂອງອໍານາດການປົກຄອງທຸກຂັ້ນ ແລະ ຄວາມເປັນເຈົ້າການຂອງປະຊາຊົນທຸກຊົນເຜົ່າຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ, ຮຽກຮ້ອງໃຫ້ປະຊາຊົນສືບຕໍ່ເສີມຂະຫຍາຍຮີດຄອງປະເພນີ-ວັດທະນະທຳອັນດີງາມໄວ້, ພ້ອມທັງປັບປຸງຂໍ້ຈຳກັດເພື່ອຊ່ວຍໃຫ້ຊົນນະບົດພັດທະນາໄວ, ເຂັ້ມແຂງ ແລະ ຍືນຍົງ. ພ້ອມກັນນີ້ ທ່ານ ຍັງໄດ້ແນະນໍາສຶກສາອົບຮົມໃຫ້ປະຊາຊົນບັນດາເຜົ່າ ເພີ່ມທະວີການເບີ່ງແຍງດູແລ ແລະ ກໍາກັບລູກຫຼານຂອງຕົນ ບໍ່ໃຫ້ຕົກເປັນເຫຍື່ອຂອງສັງຄົມ ໂດຍສະເພາະໃຫ້ຫ່າງຈາກໄກບັນຫາຢາເສບຕິດ, ປະລະການຮຽນ, ໄປອອກແຮງງານຕ່າງປະເທດທີ່ອາຍຸຍັງບໍ່ເຖິງ, ການຫຼິ້ນກິນຟຸມເຟືອຍ ແລະ ອື່ນໆ ເພາະບັນຫາເຫຼົ່ານີ້ບໍ່ພຽງແຕ່ຈະສົ່ງຜົນສະທ້ອນເຖິງອະນາຄົດຂອງເຂົາເຈົ້າເທົ່ານັ້ນ, ຍັງຈະສົ່ງຜົນສະທ້ອນຮ້າຍແຮງຕໍ່ການພັດທະນາຂອງປະເທດ. ໃນຕອນທ້າຍ, ທ່ານ ໄດ້ມີຄໍາເຫັນແນະນໍາຕື່ມກ່ຽວກັບຄວາມສຳຄັນຂອງການຈັດງານບຸນປະເພນີຂອງພີ່ນ້ອງເຜົ່າຕ່າງໆ ໃນນັ້ນໄດ້ເນັ້ນເຖິງການຈັດງານບຸນນໍ່ເປ້ເຈົາ (ບຸນກິນຈຽງ) ຂອງພີ່ນ້ອງຊົນເຜົ່າມົ້ງ ໃນປີ 2024-2025 ທີ່ຈະມາເຖິງນີ້ ໃຫ້ສືບຕໍ່ໄປຕາມຮີດຄອງປະເພນີອັນດີງາມ, ໄປຕາມແນວທາງນະໂຍບາຍຂອງພັກ-ລັດໃນໄລຍະໃໝ່ ແລະ ຮັກສາຄວາມສາມັກຄີເປັນເອກະພາບ ເຮັດແນວໃດໃຫ້ບຸນນໍ່ເປ້ເຈົາຂອງພີ່ນ້ອງຊົນເຜົ່າມົ້ງສາມາດ ຈັດຢູ່ໃນມື້ດຽວກັນໃນຂອບເຂດທົ່ວປະເທດ.
      ການຢ້ຽມຢາມຂອງທ່ານຮອງປະທານສູນກາງແນວລາວສ້າງຊາດ ໄດ້ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ເຖິງຊີວິດຂອງປະຊາຊົນບັນດາເຜົ່າຢ່າງເລິກເຊິ່ງ ເພື່ອເສີມຂະຫຍາຍມູນເຊື້ອຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນພ້ອມກັນກ້າວໜ້າ, ສ້າງອະນາຄົດອັນສົດໃສໃຫ້ປະຊາຊົນຊາວເມືອງໝື່ນ ແລະ ເມືອງຊະນະຄາມແຂວງວຽງຈັນ ໃຫ້ປະກົດຜົນເປັນຈີງ.