ໃນວັນທີ 27 ພຶດສະພາ 2026 ນີ້ 3 ອົງການຈັດຕັ້ງມະຫາຊົນ ສູນກາງແນວລາວສ້າງຊາດ ໄດ້ຈັດຂະບວນການກິລາເປຕັງສາມັກຄີ ຂື້ນທີ່ສູນກາງແນວລາວສ້າງຊາດ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ, ມີບັນດາທ່ານຮອງປະທານ, ຄະນະກົມ ພ້ອມດ້ວຍພະນັກງານລັດຖະກອນ ສູນກາງແນວລາວສ້າງຊາດ ເຂົ້າຮ່ວມ.
ຂະບວນການຄັ້ງນີ້, ເພື່ອເປັນການຊົມເຊີຍຜົນສຳເລັດ ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII ແລະ ເປັນການສ້າງຂະບວນການຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ສະມາຊິກພັກ ຂອງອົງຄະນະພັກສູນກາງແນວລາວສ້າງຊາດ ຄັ້ງທີ VI ພ້ອມທັງເປັນການສ້າງຂະບວນການສະເຫຼີມສະຫຼອງ 2 ວັນປະຫວັດສາດ ຄື: ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 67 ປີ (18 ພຶດສະພາ 1959-18 ພຶດສະພາ 2026) ແລະ ວິລິກໍາໂຕນຄຸກຢ່າງມະຫັນສະຈັນຂອງບັນດາຜູ້ນໍາພັກ ແລະ ແນວລາວຮັກຊາດ ຄົບຮອບ 66 ປີ (24 ພຶດສະພາ 1960-24 ພຶດສະພາ 2026).
ຂ່າວ+ພາບ: ເຢ
ບກ: ພ.ພຽງ


