ຂະບວນຍ່າງ ເພື່ອຂໍ່ານັບຊົມເຊີຍ ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ

ຂະບວນຍ່າງເພື່ອຂໍ່ານັບຊົມເຊີຍ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ
ເພື່ອເປັນການຫວນຄືນມູນເຊື້ອວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ໄດ້ມີຂະບວນການຍ່າງເພື່ອຂໍ່ານັບຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ, ມີສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ພ້ອມດ້ວຍບັນດາສະຫາຍ ການນໍາພັກ-ລັດ, ຈາກກະຊວງ-ອົງການ ແລະ ມວນຊົນເຂົ້າຮ່ວມ ໃນວັນທີ 15 ມີນາ 2025 ທີ່ສວນປະຕູໄຊ ນະຄອນຫຼວງວຽງຈັນ.

ເຊິ່ງໃນພິທີ ສະຫາຍ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ກ່າວເປີດພິທີີຢ່າງເປັນທາງການ ແລະ ສະຫາຍໄດ້ກ່າວຕໍ່ພິທີວ່າ: ຕະຫຼອດ 70 ປີຜ່ານມາ ແມ່ນໄລຍະທີ່ພັກປະຊາຊົນ ປະຕິວັດລາວ ໄດ້ສ້າງໜ້າປະຫວັດສາດອັນມະຫັດສະຈັນໃຫ້ແກ່ຊາດ ແລະ ປະຊາຊົນບັນດາເຜົ່າ, ແມ່ນໄລຍະທີ່ພັກປະຊາຊົນ ປະຕິວັດລາວໄດ້ທົດສອບ ແລະ ເຕີບໃຫຍ່ທາງດ້ານປະລິມານ ແລະ ຄຸນນະພາບ ໂດຍຜ່ານແປວໄຟທີ່ລະອິດລະອ້ຽວ, ເຕັມໄປດ້ວຍຂວາກໜາມ, ພາຍຸລົມແດງ ຊຶ່ງມີທັງໂສກເສົ້າ ແລະ ຮອຍຍິ້ມ ມີທັງໄຊຊະນະ ແລະ ເສຍໄຊດ້ວຍການເສຍສະຫຼະອັນໃຫຍ່ຫຼວງ ແຕ່ກໍເປັນໄລຍະເວລາທີ່ສະຫວ່າງສະໄຫວ ແລະ ມີກຽດສະຫງ່າງາມໃນປະຫວັດສາດຂອງປະເທດເຮົາ, ບັນດາທ່ານຜູ້ນຳນັກຮົບປະຕິວັດ ແລະ ປະຊາຊົນລາວບັນດາເຜົ່າທີ່ເສຍສະຫຼະທຸກສິ່ງທຸກຢ່າງ ເພື່ອຍາດເອົາປະເທດຊາດ ແລະ ຄວາມເປັນອິດສະຫຼະພາບມາໃຫ້ປວງຊົນລາວທັງຊາດ. ທາດແທ້ ແລະ ມູນເຊື້ອອັນສະຫງ່າງາມຂອງພັກປະຊາຊົນ ປະຕິວັດລາວ ຍາມໃດກໍມີຄວາມຈົງຮັກພັກດີ, ມີນ້ຳໃຈເສຍສະຫຼະອັນສູງສົ່ງເພື່ອຊາດ ເພື່ອປະຊາຊົນຢ່າງແທ້ຈິງ.
ພິທີຍ່າງໃນຄັ້ງນີ້ ແມ່ນກິດຈະກໍາໜຶ່ງເພື່ອສ້າງຂະບວນການຂໍ່ານັບຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ໂດຍປີ 2025 ເປັນປີທີ່ມີຄວາມໝາຍສໍາຄັນ ຊຶ່ງທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ຈະພ້ອມກັນສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິ ຫານ ຄົບຮອບ 105 ປີ; ພ້ອມກັນນັ້ນ. ກໍເປັນປີມ້ວນທ້າຍແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ຕິດພັນກັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ, ການກະກຽມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ພັກປະຊາຊົນ ປະຕິວັດລາວໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 22 ມີນາ ປີ 1955, ໂດຍສືບທອດພາລະກິດຂອງພັກກອມ ມູນິດອິນດູຈີນ ຊຶ່ງແມ່ນປະທານ ໄກສອນ ພົມວິຫານ ເປັນຫຼັກແຫຼ່ງນໍາພາກໍ່ຕັ້ງ, ທະນຸບໍາລຸງ, ຝຶກຝົນຫຼໍ່ຫຼອມ, ກໍ່ສ້າງ ແລະ ປັບປຸງໃຫ້ໜັກແໜ້ນ, ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ວັດຖຸປະສົງຂອງພັກ ແມ່ນນໍາພາປວງຊົນລາວທັງຊາດດໍາເນີນພາລະກິດປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກ, ປົກປັກຮັກສາປະເທດຊາດໄວ້ໃຫ້ໝັ້ນຄົງ, ກໍ່ສ້າງລະບອບປະຊາທິປະໄຕ ປະຊາຊົນໃຫ້ບັນລຸຕາມຈຸດໝາຍສັງຄົມນິຍົມ, ໂດຍຢຶດໝັ້ນລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ມູນເຊື້ອອັນດີງາມຂອງພັກ ເປັນພື້ນຖານແນວຄິດ, ທິດສະດີຂອງພັກ, ເປັນເຂັມຊີ້ທິດໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງພັກ ມາຮອດວັນທີ 22 ມີນາ ປີ 2025 ນີ້ພັກເຮົາ ກໍມີອາຍຸຄົບຮອບ 70 ປີ.

ກິດຈະກຳການຍ່າງໃນຄັ້ງນີ້ໂດຍເລີ່ມຈາກປະຕູໄຊຫາຫໍຄຳ ແລະ ລ້ຽວກັບຄືນມາຫາປະຕູໄຊ ເຊິ່ງນຳໜ້າໂດຍກ້ອນກຳລັງກອງສຸລິຍານ ແລະ ບັນດາທ່ານການນຳພັກ-ລັດນຳພາຢ່າງເປັນຂະບວນຟົດຟື້ນ.
ບກ: ສຊ.ຈື້ໄຊ
ຂ່າວ: ດວງມະນີ
ພາບ: ລິຂິດ+ສຸກສໍາລານ