
ເນື່ອງໃນໂອກາດທີ່ເດີນທາງມາເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະ ເທດ ຄັ້ງທີ XII, ຄະນະຜູ້ແທນຄະນະກຳມະການ ສູນກາງແນວລາວສ້າງຊາດ (ສນຊ) ພີ່ນ້ອງຄົນລາວ ທີ່ດຳລົງຊີວິດຢູ່ຕ່າງປະເທດ ນຳໂດຍ ທ່ານ ຈູມຄຳ ຫຼວງວັນ ກຳມະການສູນກາງແນວລາວສ້າງຊາດ ປະ ທານສຳພັນຄົນລາວຢູ່ປະເທດຝຣັ່ງ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ບຸນຍັງ ວໍລະຈິດ, ອະ ດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ອະດີດປະທານ

ປະເທດ ແຫ່ງ ສປປ ລາວ ທີ່ນະຄອນຫຼວງວຽງຈັນ, ໃນວັນທີ 2 ພຶດສະພາ 2026; ໃນໂອກາດອັນສະຫງ່າລາສີນີ້, ທ່ານ ຈູມຄຳ ຫຼວງວັນ ໄດ້ລາຍງານສະພາບການເຄື່ອນໄຫວ ຜ່ານມາໂດຍຫຍໍ້ ໃຫ້ທ່ານ ບຸນຍັງ ວໍລະຈິດ ໄດ້ຮັບຊາບ; ພ້ອມນີ້, ທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີຊົມເຊີຍ ແລະ ຕີລາຄາສູງ ຕໍ່ການມາເຄື່ອນໄຫວວຽກງານແນວລາວສ້າງຊາດ ໂດຍໄດ້ເນັ້ນໃຫ້ທຸກທ່ານ ຈົ່ງຍົກສູງຄວາມຮັບຜິດຊອບການເມືອງ, ເສີມຂະຫຍາຍຄວາມສາມັກຄີເປັນປຶກແຜ່ນ, ເຮັດໃຫ້ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຖືກຈັດຕັ້ງປະຕິບັດໃຫ້ໄດ້ຮັບໝາກຜົນ ເພື່ອກາຍເປັນກໍາລັງແຮງໃນການເຕົ້າໂຮມຄວາມມັກຄີ ຕາມພາລະບົດບາດ ໃຫ້ໄດ້ຮັບຜົນສຳເລັດຕາມຄໍາຂັວນກອງປະຊຸມໃຫຍ່ວາງໄວ້.


