ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ຮອງປະທານສູນກາງແນວລາວສ້າງຊາດ ບໍ່ປະຈຳການ, ຫົວໜ້າຄະນະທີ່ປຶກສາວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ, ທ່ານ ປອ. ສຸລິອຸດົງ ສູນດາລາ ອະດີດຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ກຳມະການສູນກາງແນວລາວສ້າງຊາດ, ຄະນະທີ່ປຶກສາວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ ພ້ອມດ້ວຍຄະນະ ກົມຊັ້ນຄົນ-ການຈັດຕັ້ງສັງຄົມ ສູນກາງແນວລາວສ້າງຊາດ ແລະ ກະຊວງສຶກສາທິການ ແລະ ກິລາ ໄດ້ລົງເຄື່ອນໄຫວ ແລະ ເຮັດວຽກ ຢູ່ແຂວງ ຈຳປາສັກ ໃນລະຫວ່າງ ວັນທີ 12-14 ພຶດສະພາ 2025;
ການລົງເຄື່ອນໄຫວ ແລະ ເຮັດວຽກ ຄັ້ງນີ້, ໄດ້ປຶກສາຫາລືກັບອົງການປົກຄອງແຂວງ, ແນວລາວສ້າງຊາດແຂວງ, ພະແນກສຶກສາທິການ ແລະ ກິລາ ແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ກ່ຽວກັບວຽກງານຊັ້ນຄົນ-ການ ຈັດຕັ້ງສັງຄົມ ໂດຍສະເພາະແມ່ນການເກັບກຳຂໍ້ມູນເບື້ອງຕົ້ນ ເພື່ອສ້າງແຜນການລະດົມທຶນຊ່ວຍເຫຼືອສ້າງຫໍພັກໃຫ້ຄູ ແລະ ນັກຮຽນຢູ່ເຂດຫ່າງໄກສອກຫຼີກ ພາຍໃນແຂວງຈຳປາສັກ ແລະ ວຽກງານອື່ນໆ ທີ່ປິ່ນອ້ອມ; ໂດຍການຕ້ອນຮັບຢ່າງອົບອຸ່ນ ຂອງທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໆ ຈຳປາສັກ; ແນວລາວສ້າງຊາດແຂວງ ແລະ ພະແນກສຶກສາທິການ ແລະ ກິລາ ແຂວງຈຳປາສັກ.
ພ້ອມດຽວກັນນັ້ນ, ທ່ານຮອງປະທານສູນກາງແນວລາວສ້າງຊາດ ບໍ່ປະຈຳການ , ພ້ອມດ້ວຍຄະນະ ໄດ້ລົງເກັບກຳຂໍ້ມູນເບື້ອງຕົ້ນ ແລະ ສຶກສາຄວາມເປັນໄປໄດ້ ໃນການສ້າງແຜນການ ເພື່ອຊ່ວຍກໍ່ສ້າງຫໍພັກໃຫ້ຄູ ແລະ ນັກຮຽນ ຢູ່ໂຮງຮຽນມັດທະຍົມສົມບູນໂຂງ, ໂຮງຮຽນມັດທະຍົມສົມບູນຂີ້ນາກ ເມືອງໂຂງ ແລະ ໂຮງຮຽນມັດທະຍົມສົມບູນຫ້ວຍກອງ ເມືອງປາກຊ່ອງ; ໂດຍການຕ້ອນຮັບຢ່າງອົບອຸ່ນຈາກການນຳ ຂອງເມືອງ ໂດຍສະເພາະແມ່ນທ່ານເຈົ້າເມືອງ, ຫ້ອງການສຶກສາເມືອງ, ແນວລາວສ້າງຊາດເມືອງ, ຜູ້ອຳນວຍການໂຮງຮຽນ ແລະ ນ້ອງນັກຮຽນ.
ຂ່າວ+ພາບ: ກົມຊັ້ນຄົນ-ການຈັດຕັ້ງສັງຄົມ
ບກ: ພ. ພຽງ



