ຄະນະນຳສູນກາງແນວລາວສ້າງຊາດ ແລະ ສະມາຄົມມິດຕະພາບ ລາວ-ຫວຽດນາມ ເຂົ້າຢ້ຽມຂ່ຳນັບ ປະທານສະພາແຫ່ງຊາດ ສສ ຫວຽດນາມ

ໃນວັນທີ 18 ຕຸລາ 2024 ນີ້ ທີ່ນະຄອນຫຼວງວຽງຈັນ ທ່ານ ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ປະທານສະມາຄົມມິດຕະພາບລາວ-ຫວຽດນາມ ແລະ ທ່ານ ດຣ ຈັນເພັງ ສຸດທິວົງ ຮອງປະທານສູນກາງແນວລາວສ້າງຊາດ ພ້ອມຄະນະທັງສອງພາກສ່ວນ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ເຈີນ ແທັງ ເໝີນ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານສະພາແຫ່ງຊາດ ສສ ຫວຽດນາມ ເນື່ອງໃນໂອກາດທີ່ມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ທີ່ ສປປ ລາວ ເປັນເຈົ້າພາບ.

ທ່ານ ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ ທ່ານ ປະທານສະພາແຫ່ງຊາດ ສສ ຫວຽດນາມ ທີ່ໄດ້ຕ້ອນຮັບຄະນະໃນຄັ້ງນີ້, ພ້ອມທັງໄດ້ລາຍງານບາງຜົນງານທີ່ພົ້ນເດັ່ນໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ຂອງສະມາຄົມມິດຕະພາບ ລາວ-ຫວຽດນາມ ໂດຍຫຍໍ້: ວ່າສະມາຄົມມິດຕະພາບລາວ-ຫວຽດນາມ ໄດ້ປະສານສົມທົບກັບສະມາຄົມມິດຕະພາບ ຫວຽດນາມ-ລາວ ຢູ່ ສສ ຫວຽດນາມ ຮ່ວມກັນຈັດຕັ້ງປະຕິບັດວຽກງານຕ່າງໆ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບ ດ້ານລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ.
ທ່ານ ເຈີນ ແທັງ ເໝີນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ສອງສະມາຄົມ ທີ່ໄດ້ມີການພົວພັນຮ່ວມມືກັນ ຢ່າງສະໜິດແໜ້ນ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມື ຂອງສອງອົງການແນວໂຮມ ລາວ-ຫວຽດນາມ ບົນພື້ນຖານແນວທາງຂອງພັກ ແລະ ລັດຖະບານ ສອງປະເທດ. ພ້ອມກັນນີ້ ທ່ານ ຍັງໄດ້ໃຫ້ທິດຊີ້ນຳຕື່ມວ່າ ໃຫ້ສອງອົງການແນວໂຮມ ແລະ ສອງສະມາຄົມມິດຕະພາບ ຂອງສອງປະເທດ ສືບຕໍ່ປະກອບສ່ວນຍູ້ແຮງໃນການສຶກສາອົບຮົມຄົນຮຸ່ນໃໝ່, ອົງການຈັດຕັ້ງສັງຄົມທຸກພາກສ່ວນ ໃຫ້ມີຄວາມເຂົ້າໃຈຕໍ່ແນວທາງນະໂຍບາຍ ຂອງສອງພັກ-ສອງລັດ ແລະ ຮັກສາມູນເຊື້ອຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ໄປມາຫາສູ່ກັນ ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາສອງປະເທດ ແລະ ສືບຕໍ່ຈັດຕັ້ງຜັນຂະຫາຍບັນດາບົດບັນທຶກຄວາມເຈົ້າໃຈທີ່ແຕ່ລະພາກສ່ວນໄດ້ເຊັນກັນໃນໄລຍະຜ່ານມາ ໃຫ້ເກີດດອກອອກຜົນ ແລະ ປະກົດຜົນເປັນຈີງ.
ຂ່າວ+ພາບ: ຢຢ
ບກ: ສືເຊັ່ງ