ໃນວັນທີ 2 ກຸມພາ 2026 ນີ້ ທີ່ສະຖານທູດຫວຽດນາມ ປະຈຳ ສປປ ລາວ; ສະຫາຍ ຄຳຜອຍ ວັນນະສານ ກຳມະການສູນກາງພັກ ຮອງປະທານ ສູນກາງແນວລາວສ້າງຊາດ(ສນຊ) ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 96 ປີ(3/2/1930-3/2/2026) ໂດຍໄດ້ຮັບການຕ້ອນຮັບຂອງ ສະຫາຍ ຫວຽນ ມິງ ເຕິມ ເອກອັກຄະລັດຖະທູດຫວຽດນາມ ຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈໍາຢູ່ ສປປ ລາວ ພ້ອມດ້ວຍຄະນະ.

ສະຫາຍ ຮອງປະທານ ສນຊ ໄດ້ຕາງໜ້າຄະນະພັກ-ຄະນະປະຈຳ ສນຊ ອວຍພອນວັນສ້າງຕັ້ງພັກກອມມູນິດຫວຽດນາມ ແລະ ທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານອັນຍິ່ງໃຫຍ່ ທີ່ພັກກອມມູນິດຫວຽດນາມ ຍາດມາໄດ້ໃນຕະຫຼອດໄລຍະ 96 ປີຜ່ານມາ ພາຍໃຕ້ການນຳພາກໍ່ຕັ້ງຂອງ ປະທານ ໂຮ່ ຈິ ມິນ, ພ້ອມທັງຊົມເຊີຍກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງ ພັກກອມມູນິດຫວຽດນາມ ທີ່ຫາກໍ່ສຳເລັດ, ພ້ອມນັ້ນ ສະຫາຍກໍ່ໄດ້ແຈ້ງຜົນສໍາເລັດກອງປະຊຸມຊາຍແດນ 2 ປະເທດ ໂດຍສະເພາະແມ່ນສູນກາງແນວລາວສ້າງຊາດ ແລະ ສູນກາງແນວໂຮມປະເທດຊາດຫວຽດນາມ ທີ່ຫາກໍ່ສຳເລັດ, ຈາກນັ້ນ ສະຫາຍໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ເພິ່ມພູນຄູນສ້າງ ແລະ ສືບທອດມູນເຊື້ອຜົນງານ ຂອງປະທານ ໂຮ່ ຈິ ມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ໄດ້ສ້າງໄວ້ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ.
ສະຫາຍ ເອກອັກຄະລັດຖະທູດຫວຽດນາມ ໄດ້ສະແດງຄວາມຍິນດີຕ້ອນຮັບຄະນະ ແລະ ຂອບໃຈເປັນຢ່າງຍິ່ງຕໍ່ ສະຫາຍ ຮອງປະທານ ສນຊ ພ້ອມດ້ວຍຄະນະ ທີ່ໄດ້ເຂົ້າພົບປະຢ້ຽມຢາມ ແລະ ອວຍພອນວັນສ້າງຕັ້ງພັກກອມມູນິດຫວຽດນາມ ໃນຄັ້ງນີ້.
ຂ່າວ+ພາບ: ເຢ້
ບກ: ພ.ບຸບຜາ



