ຄະນະນຳ ສນຊ ເຂົ້າຮ່ວມໃສ່ບາດ ງານບຸນນະມັດສະການພຣະທາດຫຼວງ ປະຈຳປີ 2025

ໃນຕອນເຊົ້າຂອງວັນທີ 05 ພະຈິກ 2025 ນີ້, ທີ່ເດີ່ນພຣະທາດຫຼວງ ນະຄອນຫຼວງວຽງຈັນ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຮອງປະທານສູນກາງແນວລາວສ້າງຊາດ, ກຳມະການສູນກາງແນວລາວສ້າງຊາດ ສາສະນິກະຊົນທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມພິທີໃສ່ບາດຢ່າງຄັບຄາໜາແໜ້ນ.

ພິທີໃສ່ບາດໃນງານບຸນນະມັດສະການພະທາດຫຼວງ ແມ່ນໄດ້ມີການຈັດຂຶ້ນທຸກໆປີ ຊຶ່ງມີການຮັບພອນ, ຟັງທຳມະເທດສະໜາ, ຕັກບາດ, ຢາດນໍ້າ ແລະ ຖວາຍສັງຄະທານແດ່ ພະສົງ-ສຳມະເນນ ເພື່ອອຸທິດບຸນກຸສົນໃຫ້ບັນພະບູລຸດ ແລະ ເຈົ້າກຳນາຍເວນ ຕາມຄວາມເຊື່ອຂອງຊາວພຸດ ຕໍ່ພຸດທະສາສະໜາ ທີ່ສືບທອດກັນມາແຕ່ດົນນານ, ເປັນການອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳ ຮີດຄອງປະເພນີອັນດີງາມຂອງຊາດ ເປັນການເຕົ້າໂຮມຄວາມສາມັກຄີປອງດອງປະຊາຊົນລາວ ບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ເພດ-ໄວ ນັບທັງພີນ້ອງເຊື້ອຊາດລາວ ແລະ ຕ່າງປະເທດ. ໃນພິທີໃສ່ບາດດັ່ງກ່າວ ຍັງມີການນໍາພັກ-ລັດຂັ້ນສູງ ຂອງ ສປປ ລາວ ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

ບກ: ພ.ບຸບຜາ

ຂ່າວ-ຮູບ: ເຢ້ + ຂິດ