ສູນກາງແນວລາວສ້າງຊາດ

Lao Front For National Development

ຄະນະນໍາສູນກາງແນວລາວສ້າງຊາດ ເຂົ້າອວຍພອນ ກອງທັບ ປະຊາຊົນລາວ

ຄະນະນໍາສູນກາງແນວລາວສ້າງຊາດ ເຊິ່ງນຳໂດຍທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ທ່ານ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າກົມເສນາທິການກອງທັບ ພ້ອມດ້ວຍຄະນະນໍາກະຊວງປ້ອງກັນປະເທດ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 74 ປີ, ທີ່ກະຊວງປ້ອງກັນປະເທດ ວັນທີ 18 ມັງກອນ 2023 ນີ້.
ທ່ານ ຮອງປະທານສູນກາງແນວລາວສ້າງຊາດ ເຂົ້າອວຍພອນໄຊອັນປະເສີດມາຍັງ ບັນດາທ່ານ ນາຍ ແລະ ພົນ ທະຫານ ຈົ່ງມີສຸຂະພາບເຂັ້ມແຂງດ ມີພາລະນາໄມສົມບຸນແຂງແຮງ, ປະສົບຜົນສໍາເລັດໃນໜ້າທີ່ການງານທຸກປະການ, ມີຄວາມສຸກຄວາມຈະເລີນໃນຊີວິດສ່ວນຕົວ ແລະ ຄອບຄົວ, ສືບຕໍ່ຊີ້ນໍາໆພາປະຕິບັດໜ້າທີ່ການເມືອງຂອງກອງທັບກໍຄືປະຕິບັດ 2 ໜ້າທີ່ຍຸດທະຍາດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ.
info@lfnd.org.la | 021 213754 | (856-21) 453191