ຕອນບ່າຍ ວັນທີ 2 ພະຈິກ 2024 ນີ້, ການນໍາສູນກາງແນວລາວສ້າງຊາດ ນໍາໂດຍທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາໄວ້ອາໄລເຖິງດວງວິນຍານຂອງ ທ່ານ ພົນໂທ ໄອ່ ສຸລິຍະແສງ ອະດີດກຳມະການສູນກາງພັກ ສະໄໝທີ IV, V, ອະດີດຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ອະດີດຫົວໜ້າກົມໃຫຍ່ເສນາທິການກອງທັບ, ອະດິດພະນັກງານອາວຸໂສບໍານານກະຊວງປ້ອງກັນປະເທດ.


