ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ​​ສນ​ຊ ສຳ​ເລັດ​ການຢ້ຽມ​ຢາມ ຣາຊະອານາຈັກກຳປູເຈຍ

     ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ ສູນ​ກາງ​ແນວ​ລາວ​ສ້າງ​ຊາດ (ສນ​ຊ) ນຳ​ໂດຍ ທ່ານ ປອ. ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ພ້ອມ​ດ້ວຍ​ຄະ​ນະ ສຳ​ເລັດເຄື່ອນ​ໄຫວ​ຢ້ຽມ​ຢາມ ແລະ ເຮັດ​ວ​ຽກ​ຢ່າງ​ເປັນ​ທາງ​ການ ຢູ່ຣາຊະອານາຈັກກຳປູເຈຍ ລະ​ຫວ່າງວັນ​ທີ 17-20 ຕຸ​ລາ 2024;
      ໃນວາ​ລະ​ການ​ເຄື່ອນ​ໄຫວ​, ຄະ​ນະ​ຜູ້​ແທນດັ່ງ​ກ່າວ​ ໄດ້​ພົບ​ປະ​ສອງ​ຝ່າຍ ລະ​ຫວ່າງ ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ແລະ ​ສະ​ພາ​ແນວ​ໂຮມ​ສາ​ມັກ​ຄີພັດ​ທະ​ນາ​ມາ​ຕຸ​ພູມ ຣາຊະອານາຈັກກຳປູເຈຍ, ​ສອງ​ຝ່າຍ ​ໄດ້​ທົບ​ທວນ​ຄືນ​ຜົນ​ຂອງ​ການພົວພັນ ແລະ ການຮ່ວມມືໃນໄລຍະຜ່ານມາ ຕາມ​ບົດ​ບັນ​ທຶກ​ການ​ຮ່ວມ​ມື ຂອງ​ສອງ​ອົງ​ການ (2019-2023) ພ້ອມ​ທັງ​ແລກ​ປ່ຽນຄຳ​ຄິດ​ເຫັນກ່ຽວ​ກັບ​ທິດ​ທາງ​ແຜນ​ການ​ພົວ​ພັນ​ ແລະ ການຮ່ວມ​ມືສອງ​ຝ່າຍ ໃນ​ຕໍ່​ໜ້າ; ໂອ​ກາດນີ້, ໄດ້​ຮ່ວມ​ກັນ​ລົງ​ນາມໃນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ (2024-2028) ປະ​ກອບ​ມີ 08 ຂໍ້ ເຊິ່ງ​ເປັນພື້ນ​ຖານ​ໃຫ້ແກ່​ການເພີ່ມ​ທະ​ວີ​​​ການ​ພົວ​ພັນ ແລະ ການ​ຮ່ວມ​ມື ໃຫ້​ມີ​ຜົນ​ສຳ​ເລັດເປັ​ນ​ກ້າວໆ; ພ້ອມ​ດຽວ​ກັນ​ນີ້, ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ ພະ​ບາດສົມ​ເດັດພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ ພະມະຫາກະສັດ ແຫ່ງຣາຊະອານາຈັກກໍາປູເຈຍ, ເຂົ້າ​ຢ້ຽມ​​​ຂ່ຳ​ນັບທ່ານ ສົມ​ເດັດ ອັກ​ຄະ​ມະ​ຫາ​ເສ​ນາ​ບໍ​ດີ ເຕ​ໂຈ ຮຸນ​ແຊນ, ປະ​ທານ​ທີ່​ປຶກ​ສາ​ສູງ​ສຸດ​ຂອງ​ກະ​ສັດ, ປະ​ທານ​ພັກ​ປະ​ຊາ​ຊົນ​ກຳ​ປູ​ເຈຍ ແລະ ປະ​ທານ​ສະ​ພາ​ສູງ​ກຳ​ປູ​ເຈຍ ແລະ ​ເຂົ້າ​ຢ້ຽມ​ຂ່ຳ​ນັບທ່ານ ສົມ​ເດ​ັດ ມະ​ຫາ ບໍ​ວໍ ທິ​ບໍ​ດີ ຮູນ ມາ​ເນດ, ຮອງ​ປະ​ທານ​ພັກ​ປະ​ຊາ​ຊົນ​ກຳ​ປູ​ເຈຍ, ທີ່​ປຶກ​ສາສະພາແນວໂຮມສາມັກຄີພັດທະນາມາຕຸພູມ ຣາຊະອານາຈັກກໍາປູເຈຍ ນາຍົກລັດຖະ ມົນຕີ ແຫ່ງຣາຊະອານາຈັກກຳປູເຈຍ; ນອກ​ຈາກນີ້, ຍັງ​ໄດ້ໄປ​ຢ້ຽມ​ຢາມ​ແຂວງ​ພ​ຣະ​ສີ​ຫະ​ນຸ​ກວິນ ໂດຍ​ໄດ້​ຮັບ​ການ​ຕ້ອນ​ຮັບ​ຂອງ​ທ່ານ ມາງ ຊີ​ເນດ ເຈົ້າ​ແຂວງພ​ຣະ​ສີ​ຫະ​ນຸກວິນ, ປະ​ທານສະພາແນວໂຮມສາມັກຄີພັດທະນາມາຕຸພູມ ຣາຊະອານາຈັກກໍາປູເຈຍແຂວງ​ພ​ຣະ​ສີ​ຫະ​ນຸກວິນ; ໂອ​ກາດນີ້, ຄະ​ນະ​ໄດ້​ແລກ​ປ່ຽ​ນ​ບົດ​ຮຽນ ໂດຍ​ສະ​ເພາະ​ແມ່ນ​ລະ​ບົບ​ກົງ​ຈັກ​ການ​ຈັດ​ຕັ້ງ ແລະ ການ​ເຄື່ອນ​ໄຫວຂອງ​ສ​ະ​ພາ​ແນວ​ໂຮມ ຢູ່​ຂັ້ນ​ແຂວງ, ເມືອງ ແລະ ຂັ້ນ​ບ້ານ ພ້ອມ​ນີ້​ໄດ້​ໄປຢ້ຽ​ມ​ຢາມ​ວິ​ສາ​ຫະ​ກິດ​ທ່າ​ກຳ​ປັ້ນ ແລ​ະ ຢ້ຽມ​ຢາມ ເຂດ​ເສດ​ຖະ​ກິດ​ພິ​ເສດ BAY OF LIGHT​ ຢູ່​ແຂວງ​ພ​ຣະ​ສີ​ຫະ​ນຸກວິນ ອີກ​ດ້ວຍ;​
      ການ​ເຄື່ອນ​ໄຫວ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ ຢ່າງ​ເປັນ​ທາງ​ການ ຢູ່​ຣາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ ​ຂອງ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ສນ​ຊ ​ຄັ້ງ​ນີ້ ເປັນ​ການແລກ​ປ່ຽນ​ຮຽນ​ຮູ້ບົດຮຽນການເຄື່ອນໄຫວ, ​ແລກ​ປ່ຽນຂໍ້ມູນຂ່າວສານ ແລະ ນະໂຍບາຍ ໃໝ່ໆໃນວຽກງານແນວໂຮມ ຂອງກໍາປູເຈຍ ພ້ອມ​ທັງເປັນ​ສ່ວນ​ໜຶ່ງ​ປະ​ກອບ​ສ່ວນ​ເສີມ​ຂະ​ຫຍາຍ​ສາຍພົວພັນ ແລະ​ ການຮ່ວມ​ມືມິດຕະພາບ ຖານບ້ານໃກ້ເຮືອນຄຽງ, ຄວາມສາມັກຄີ​ທີ່​ເປັນມູນເຊື້ອອັນດີງາມ ຂອງສອງ​ພັກ-ສອງ​ລັດ, ປະ​ຊາ​ຊົນ​ສອງ​ປະ​ເທດ ເວົ້າ​ລວມ, ເວົ້າ​ສະ​ເພາະ​ ສອງ​ອົງ​ການ ໃຫ້ມີ​ຄວາມແໜ້ນ​ແຟ້ນ​ຍິ່ງ​ໆຂຶ້ນ.
ພາບ ແລະ ຂ່າວ: ຈິດ​ຕະ​ພົງ
ບກ: ພ.ບຸບຜາ