ຄະນະຜູ້ແທນພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດຮ່ວມພິທີແຫຜາສາດເຜີ້ງໃນງານບຸນພະທາດຫຼວງວຽງຈັນ ປະຈໍາປີ 2024

     ພິທີແຫ່ຜາສາດເຜີ້ງໃນງານບຸນພະທາດຫຼວງວຽງຈັນ ປະຈໍາປີ 2024, ໄດ້ດໍາເນີນເລີ່ມແຕ່ເວລາ 13:30ໄມງ ຂອງມື້ຂື້ນ 14 ຄໍ່າ ເດືອນ 12 ລາວ ກົງກັບວັນທີ 14/11/2024 ເຊີ່ງໄດ້ເຕົ້າໂຮມຢູ່ທີ່ວັດໜອງບອນ ແລະ ແຫ່ເຂົ້າມາອ້ອມກົມມະລຽນພະທາດຫຼວງ 3 ຮອບ ເພື່ອເປັນການບູຊາ, ຄຸນນະພຸດ, ພະທໍາ ແລະ ພະສົງ ໂດຍມີຂະບວນ ຂອງພະສົງອອກໜ້າ ແລະ ຂະບວນ ຂອງການນໍາພັກ-ລັດ ນໍາໂດຍ ທ່ານ ສິນລະວົງ ຄຸດໄພທູນ ກໍາມະການ ກົມການເມືອງສູນກາງພັກ, ປະທານ ສູນກາງແນວລາວສ້າງຊາດ, ມີທ່ານ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ເຈົ້າຄອງຄະນະຄອນຫຼວງວຽງຈັນ, ມີບັນດາທ່ານ ລັດຖະມົນຕີ ແລະ ພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ ພ້ອມດ້ວຍມວນຊົນຊາວນະຄອນຫຼວງວຽງຈັນເຂົ້າຮ່ວມ.
      ປະເພນີແຫ່ຜາສາດເຜີ້ງໃນງານບຸນນະມັດສະການພະທາດຫຼວງວຽງຈັນ ເປັນກິດຈະກໍາໜຶ່ງທີ່ໄດ້ສືບທອດ ແລະ ປະຕິບັດກັນມາໃນທຸກໆປີ, ແນໃສ່ເພື່ອສືບທອດເອກະລັກ ແລະ ປົກປັກຮັກສາຮີດຄອງປະເພນີອັນດີງາມ ຂອງຊາດ. ຜາສາດເຜີ້ງທີ່ນໍາມາແຫ່ນັ້ນແມ່ນເຮັດມາຈາກຕົ້ນກ້ວຍ ແລະ ອື່ນໆ ພ້ອມປະດັບປະດາດ້ວຍດອກເຜີ້ງ(ຂີ້ເຜີ້ງ), ເຄື່ອງໄຊ້ຕ່າງໆມີຄື: ສໍດໍາ, ບິກຂຽນ, ປື້ມຂຽນ ແລະ ເຄື່ອງໃຊ້ທີ່ຈໍາເປັນ ລວມທັງເງິນທີ່ຖືກຈັດວາງເປັນລະບຽບ ແລະ ດັບແປງເປັນຮູບແບບຕ່າງໆ ຊື່ງການຕົບແຕ່ງຜາສາດເຜີ້ງນັ້ນ ຈະມີຄວາມໝາຍສະແດງເຖີງຄວາມອຸດົມຮັ່ງມີ ຂອງປະຊາຊົນລາວໃນແຕ່ລະໄລຍະ ເພື່ອແນໃສສືບທອດເອກະລັກ ແລະ ປົກປັກຮັກສາຮີດຄອງປະເພນີອັນດີງານ ຂອງລາວໄວ້ຢ່າງຢືນຍົງ. ການແຫ່ຜາສາດເຜີ້ງໃນປີນີ້ ມີມວນຊົນລາວບັນດາເຜົ່າ ບໍ່ວ່າຈະເປັນຜູ້ສູງອາຍຸ, ຊາວໜຸ່ມ ແລະ ເດັກນ້ອຍກໍໄດ້ເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນເປັນການສະແດງເຖີງຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ຂອງປະຊາຊົນລາວບັນດາ ເຜົ່າ.
ກົມໂຄສະນາ ສູນກາງແນວລາວສ້າງຊາດ