ພາຍຫຼັງທີ່ຄະນະຜູ້ແທນພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ ສໍາເລັດໃນການເຂົ້າຮ່ວມກອງປະຊຸມພົບປະ ພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ ຄັ້ງປະຖົມມະເລີກ ພາຍໃຕ້ ຫົວຂໍ້ ຮັກບ້ານເກີດ ຢູ່ນະຄອນຫຼວງວຽງຈັນ, ໃນຕອນເຊົ້າ ຂອງວັນທີ 14/11/2024ນີ້, ທ່ານ ດຣ ຈັນເພັງ ສຸທິວົງ ຮອງປະທານ ສູນກາງແນວລາວສ້າງຊາດ ໄດ້ນໍາພາຄະນະພີ່ນ້ອງເຊື້ອລາວຢູ່ຕ່າງປະເທດ ເຂົ້າຮ່ວມພິທີສູດປະລິຕະມົງຄູນ, ຮ່ວມຄົບງັນ ແລະ ໂມທະນາກອງຜ້າປ່າສາມັກຄີ ຕາມຮິດຄອງປະເພນີ ອັນດີງາມ ຂອງລາວພວກເຮົາ ຢູ່ວັດອົງຕື້ ນະຄອນຫຼວງວຽງຈັນ.

ໃນພິທີດັ່ງກ່າວ ເປັນກຽດເຂົ້າຮ່ວມ ຂອງ ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ ຮອງປະທານ ສູນກາງແນວລາວສ້າງຊາດ, ມີບັນດາທ່ານ ການນໍາພັກ-ລັດ ແລະ ພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ ພ້ອມດ້ວຍເຂົ້າມວນຊົນຊາວນະຄອນຫຼວງວຽງຈັນເຂົ້າຮ່ວມ.
ກົມໂຄສະນາ ສູນກາງແນວລາວສ້າງຊາດ



