ວັນທີ 04 ພຶດສະພາ 2025, ທ່ານ ດຣ. ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ຮອງປະທານ ສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະ ໄດ້ເດີນທາງເພື່ອເຄື່ອນໄຫວເຮັດວຽກຢູ່ ສສ. ຫວຽດນາມ ໂດຍ ໄດ້ຮັບການຕ້ອນຮັບຈາກ ພຣະອາຈານ ເຖິດ ເຍິດ ທ່ຽນ ຮອງປະທານອົງການພຸດທະສາສະໜາ ສສ. ຫວຽດນາມ ແລະ ທ່ານ ລອນພັນ ເພົ້າດາວັນ ຈາກກົງສູນໃຫ່ຍລາວ ປະຈໍານະຄອນໂຮຈີມິນ ພ້ອມດ້ວຍຄະນະ; ໂອກາດເຄື່ອນ ໄຫວເຮັດວຽກ ຄັ້ງນີ້, ເພື່ອເຂົ້າຮ່ວມງານສະເຫຼີມສະຫຼອງ ວັນວິສາຄະບູຊາ ຂອງອົງການ ສະຫະປະຊາຊາດ (ສປຊ) ຄັ້ງ ທີ 20, ຊຶ່ງຈະຈັດຂຶ້ນໃນລະ ຫວ່າງວັນທີ 06-08 ພຶດສະພາ 2025, ທີ່ນະຄອນໂຮຈິມິນ ສສ. ຫວຽດນາມ ໂດຍການ ເປັນປະທານຂອງພຣະອາຈານ ທິກ ທຽນ ທົ້ງ (Thich Thien Nhon), ປະທານສູນກາງອົງການພຸດທະສາສະໜາ ສສ. ຫວຽດນາມ ພາຍໃຕ້ຄຳຂວັນ “ຄວາມສາມັກຄີ ແລະ ການຮ່ວມກັນຂອງທຸກຄົນ ເພື່ອກຽດສັກສີຂອງມະນຸດ; ຄວາມເຂົ້າໃຈທາງພຸດທະສາສະໜາ ເພື່ອສັນຕິພາບໂລກ ແລະ ການພັດທະນາແບບຍືນຍົງ”;
ບກ: ພ.ບຸບຜາ
ຂ່າວ: ພ.ພຽງ
ພາບ: ອະໂນມາ



