ສູນກາງແນວລາວສ້າງຊາດ

Lao Front For National Development

ຄະນະຜູ້ແທນ ສູນກາງແນວລາວສ້າງຊາດ ນໍາໂດຍ ທ່ານ ສຈ.ປອ ອ໋ອດ ພົງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ ບໍ່ປະຈໍາການ ໄປພົບປະປະທານສະພາທີ່ປຶກສາການເມືອງນະຄອນພູເອີ

ວັນທີ 26-27 ມີນາ 2024, ຄະນະຜູ້ແທນ ສູນກາງແນວລາວສ້າງຊາດ ນໍາໂດຍ ທ່ານ ສຈ.ປອ ອ໋ອດ ພົງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ ບໍ່ປະຈໍາການ, ຫົວຫນ້າຄະນະທີ່ປຶກສາວຽກງານເສດຖະກິດ, ກອງທຶນສາມັກຄີ ແລະ ພັດທະນາແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ທ່ານ ລູພືນ ປະທານສະພາທີ່ປຶກສາການເມືອງນະຄອນພູເອີ ແຂວງ ຢຸນນານ ທີ່ຫ້ອງການປົກຄອງນະຄອນພູເອີ.
ສອງຝ່າຍໄດ້ແຈ້ງສະພາບການພັດທະນາປະເທດຂອງຕົນໃຫ້ກັນຊາບ. ເຊິ່ງທ່ານ ຮອງປະທານ ສນຊ ບໍ່ປະຈໍາການ ໄດ້ສະເໜີຮ່ວມມືໃນການພັດທະນາເສດຖະກິດ-ສັງຄົມ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນລຽບຕາມຊາຍແດນ ເປັນຕົ້ນ: ການຮ່ວມມືດ້ານການທ່ອງທ່ຽວ, ກະສິກໍາ, ການປຸງແຕ່ງ ສະເໜີໃຫ້ສະພາທີ່ປືກສາການເມືອງ ນະຄອນພູເອິ ສ້າງເງື່ອນໄຂໃຫ້ນັກລົງທືນນະຄອນ ພູເອິ ໄປລົງທືນຢູ່ ສປປ ລາວ ເຊິ່ງທ່ານ ລູພືນ ປະທານສະພາທີ່ປືກສາການເມືອງ ນະຄອນ ພູເອິ ໄດ້ສະເໜີຂໍ້ຄິດເຫັນແມ່ນເຫັນດີຍົກລະດັບການຮ່ວມມືໃນການພັດທະນາເສດຖະກິດ-ສັງຄົມ ເພາະ ສປ ຈີນ ໄດ້ບັນລຸການແກ້ໄຂຄວາມທຸກຍາກໂດຍພຶ້ນຖານ ແລະ ມີບົດຮຽນ, ມີທ່າແຮງທີ່ຈະຊ່ວຍເຫຼືອລາວໃນການແກ້ໄຂຄວາມທຸກຍາກ, ເຊິ່ງນະຄອນພູເອິ ຈະຊ່ວຍສ້າງໂຮງຮຽນມັດທະຍົມ ແລະ ໂຮງຮຽນປະຖົມໃຫ້ເມືອງຍອດອູ ແຂວງຜົ້ງສາລີ, ເຫັນດີສ້າງກົນໄກການຮ່ວມມືກັບນະຄອນຫຼວງພະບາງ ແລະ ສະເໜີໂຄງການຮ່ວມມືໃນການພັດທະນາອາຊີບທີ່ໝັ້ນຄົງໃຫ້ຊາວໜຸ່ມລາວ.
ນອກຈາກນັ້ນ, ຄະນະຍັງໄດ້ຢ້ຽມຢາມການພັດທະນາ ຂອງນະຄອນພູເອິ ຢູ່ຕາແສງໃໝເຫີຍ ແລະ ຕາແສງຖົງສີນ ແລະ ແຫຼ່ງທ່ອງທ່ຽວສວນຊາ ຢູ່ນະຄອນພູເອິຕື່ມອີກ.
info@lfnd.org.la | 021 213754 | (856-21) 453191