ໃນວາລະກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII, ໃນວັນທີ 28 ເມສາ 2026, ທ່ານ ປອ. ຄຳມອນ ຈັນທະຈິດ ກຳມະການສຳຮອງສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄດ້ຂຶ້ນປະກອບຄຳເຫັນພາຍໃຕ້ຫົວຂໍ້ “ບົດບາດຂອງສື່ມວນຊົນໃນການປຸກລະດົມ, ຂົນຂວາຍ ແລະ ເຕົ້າໂຮມຄວາມສາມັກຄີ ທົ່ວປວງຊົນລາວທັງຊາດ” ໂດຍໄດ້ຍົກໃຫ້ເຫັນຄວາມສຳຄັນຂອງວຽກງານສື່ມວນຊົນໃນໄລຍະໃໝ່ ວ່າ: ສື່ມວນຊົນ ແມ່ນເຄື່ອງມືການເມືອງທີ່ “ປາກອອກແສງ-ແທງຖືກໃຈ” ໂດຍໄດ້ຢືນຢັນຄືນທັດສະນະຊີ້ນໍາ ຂອງສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ທີ່ວ່າ: ສື່ມວນຊົນຕ້ອງເປັນ “ຜູ້ທີ່ປາກອອກແສງ, ຜູ້ທີ່ແທງຖືກໃຈ, ຜູ້ທີ່ສະດຸ້ງໄວໃນເມື່ອອ່ານ, ຜູ້ຜ່ານອຸປະສັກ, ຜູ້ມັກຄວາມຈິງ, ຜູ້ຍິງຖືກເປົ້າ” ເພື່ອເປັນເຂັມທິດໃນການປະຕິບັດໜ້າທີ່ ສື່ມວນຊົນບໍ່ພຽງແຕ່ເປັນຜູ້ສົ່ງຕໍ່ແນວທາງ ຂອງພັກ ສູ່ປະຊາຊົນເທົ່ານັ້ນ ແຕ່ຍັງເປັນຜູ້ນຳເອົາຄວາມມຸ່ງມາດປາດຖະໜາ ຂອງປະຊາຊົນຄືນສູ່ພັກ, ສ້າງສາຍພົວພັນອັນສະໜິດແໜ້ນ “ພັກ ກັບ ມະຫາຊົນ”
ທ່ານໄດ້ກ່າວເຖິງສິ່ງທ້າທາຍໃນຍຸກດີຈີຕອນ ແລະ ເອໄອ (AI) ວ່າ: ໃນບົດປະກອບຄໍາເຫັນໄດ້ຊີ້ໃຫ້ເຫັນວ່າ ໃນຍຸກປັດຈຸບັນ ພວກຄົນທີ່ບໍ່ຫວັງດີ ໄດ້ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ເອໄອ (AI) ເພື່ອເສກສັນປັ້ນແຕ່ງ, ບິດເບືອນຄວາມຈິງ ແລະ ໃສ່ຮ້າຍປ້າຍສີຜູ້ນຳ; ດັ່ງນັ້ນ, ສື່ມວນຊົນລາວ ຈຶ່ງຕ້ອງມີຄວາມສະດຸ້ງໄວ, ຕໍ່ສູ້ຕີຖອຍທັດສະນະທີ່ຜິດເຂວ ແລະ ຢັ້ງຢືນຄວາມຖືກຕ້ອງໃຫ້ທັນການ;
ເພື່ອໃຫ້ສື່ມວນຊົນກາຍເປັນພະລັງແຮງໃນການເຕົ້າໂຮມຄວາມສາມັກຄີ, ທ່ານໄດ້ສະເໜີ 4 ຈຸດສຸມ ເພື່ອຍົກສູງບົດບາດສື່ມວນຊົນ ວ່າ:
1. ເພີ່ມທະວີການນຳພາຂອງພັກ: ສ້າງອົງການສື່ ໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນທາງດ້ານການເມືອງ;
2. ສ້າງຄວາມເຂັ້ມແຂງໃຫ້ກົງຈັກ: ຮັບປະກັນ “4 ລັກສະນະ” ຂອງສື່ມວນຊົນ (ລັກສະນະພັກ, ລັກສະນະວິທະຍາສາດ, ລັກສະນະສຶກສາອົບຮົມ ແລະ ລັກສະນະຕໍ່ສູ້) ເພື່ອປຸກລະດົມນໍ້າໃຈຮັກຊາດ ແລະ ການພັດທະນາ;
3. ບຳລຸງສ້າງຖັນແຖວນັກຂ່າວ: ຍົກລະດັບທັງປະລິມານ ແລະ ຄຸນນະພາບ ໃຫ້ມີທັດສະນະການເມືອງທີ່ໜັກແໜ້ນ ແລະ ທັນກັບຍຸກສະໄໝ, ພ້ອມທັງເອົາໃຈໃສ່ດ້ານນະໂຍບາຍຕໍ່ຜູ້ເຮັດວຽກສື່;
4. ຫັນເປັນທັນສະໄໝ: ປະກອບພາຫະນະ ແລະ ອຸປະກອນເຕັກນິກ ທີ່ທັນສະໄໝ, ພັດທະນາພື້ນຖານໂຄງລ່າງ ແລະ ງົບປະມານໃຫ້ພຽງພໍ ເພື່ອໃຫ້ການກະຈາຍຂໍ້ມູນຂ່າວສານ ມີປະສິດທິຜົນສູງສຸດ;
ໃນຕອນທ້າຍ, ທ່ານໄດ້ເນັ້ນໜັກວ່າ: ຄວາມສາມັກຄີເປັນຈິດໜຶ່ງໃຈດຽວພາຍໃນຊາດ ຈະແຂງແຮງໄດ້ ກໍຕໍ່ເມື່ອສື່ມວນຊົນເຮັດໜ້າທີ່ເປັນຂົວຕໍ່ທີ່ດີ, ອະນຸລັກວັດທະນະທຳອັນດີງາມ ແລະ ເຊີດຊູກຽດສັກສີ ຂອງຊາດລາວໃນເວທີສາກົນ.


