
ສູນກາງສະຫະພັນກຳມະບານລາວ ໄດ້ຈັດກິດຈະກຳຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງວັນກຳມະກອນສາກົນ ຄົບຮອບ 140 ປີ (1 ພຶດສະພາ 1886 – 1 ພຶດສະພາ 2026) ໃນຕອນເຊົ້າວັນທີ 1 ພຶດສະພາ 2026 ທີ່ປະຕູໄຊ ນະຄອນຫຼວງວຽງຈັນ ເພື່ອສົ່ງເສີມການອອກກຳລັງກາຍ, ຍົກລະດັບຈິດສຳນຶກດ້ານສຸຂະພາບ ແລະ ສ້າງຂະບວນການສາມັກຄີໃນບັນດາກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານທົ່ວປະເທດ.
ພິທີດັ່ງກ່າວ ໃຫ້ກຽດເຂົ້າຮ່ວມເປັນປະທານໃນພິທີຂອງ ທ່ານ ສຈ. ປອ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ຄະນະນຳຈາກຫຼາຍພາກສ່ວນ ປະກອບມີ ຄະນະປະທານສູນກາງສະຫະພັນກຳມະບານລາວ, ຜູ້ແທນຈາກສະຫະພັນກຳມະບານກະຊວງ, ອົງການ, ນະຄອນຫຼວງ, ຕະຫຼອດຮອດຫົວໜ່ວຍທຸລະກິດ ແລະ ມວນຊົນກຳມະບານຈຳນວນຫຼວງຫຼາຍເຂົ້າຮ່ວມຢ່າງຄຶກຄື້ນ

ກິດຈະກຳຄັ້ງນີ້ ບໍ່ພຽງແຕ່ເປັນການສະເຫຼີມສະຫຼອງວັນສຳຄັນຂອງຊົນຊັ້ນກຳມະກອນໂລກເທົ່ານັ້ນ ແຕ່ຍັງເປັນການຕອບສະໜອງນະໂຍບາຍຂອງພັກ–ລັດ ໃນການສົ່ງເສີມຊີວິດຄວາມເປັນຢູ່ທີ່ດີ ແລະ ສຸຂະພາບແຂງແຮງຂອງປະຊາຊົນ ພ້ອມທັງຊ່ວຍກະຕຸ້ນໃຫ້ທຸກພາກສ່ວນ ເຫັນຄວາມສຳຄັນຂອງການດູແລສຸຂະພາບ ແລະ ການຮ່ວມສ້າງສັງຄົມແຫ່ງຄວາມສາມັກຄີປອງດອງເປັນປຶກແຜ່ນ.


