ທີ່ສຳນັກງານສູນກາງແນວລາວສ້າງຊາດ(ສນຊ), ອະນຸກໍາມະການກົດລະບຽບ ແລະ ບຸກຄະລາກອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນ ທີ່ຈະສະໝັກເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ 1 ຂື້ນ ໃນວັນທີ 12 ກັນຍາ 2025 ເຊິ່ງປະກອບມີ 5 ພາກສ່ວນຄື: ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ ແລະ 3 ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ. ເປັນກຽດເຂົ້າຮ່ວມມີ ບັນດາສະຫາຍ ເລຂາຄະນະພັກ, ຄະນະປະຈຳພັກ ກຳມະການພັກ, ສະມາຊິກພັກອາວຸໂສບຳນານ ພ້ອມດ້ວຍບັນດາສະຫາຍຄະນະໜ່ວຍພັກ ຂອງພາກສ່ວນດັ່ງກ່າວ ເຂົ້າຮ່ວມ.
ກອງປະຊຸມ, ໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງກົມການເມືອງສູນກາງພັກ ເລກທີ 20/ກມສພ, ລົງວັນທີ 26 ກັນຍາ 2024 ວ່າດ້ວຍມາດຕະຖານເງື່ອນໄຂຄະນະບໍລິຫານງານ ສູນກາງພັກສະໄໝທີ XII; ພ້ອມກັນນັ້ນ, ຜູ້ແທນກອງປະຊຸມ ກໍ່ໄດ້ໃຊ້ສິດປະຊາທິປະໄຕ ຂອງຕົນ ລົງຄະແນນສຽງທາບທາມເພື່ອເລືອກເອົາຜູ້ທີ່ຄົບມາດຖານເງື່ອນໄຂ ທີ່ຈະເຂົ້າເປັນຄະນະບໍລິຫານງານສູນກາງພັກ ຊຸດໃໝ່ (ສະໄໝທີ XII).
ບກ: ພ.ບຸບຜາ
ຂ່າວ-ພາບ: ເຢ້-ລີ



