ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ໄດ້ເປັນກຽດເຂົ້າຮ່ວມກິດຈະກໍາດັ່ງກ່າວ ໃນວັນທີ 1 ພຶດສະພາ 2025 ນີ້ ໂດຍແມ່ນສູນກາງກຳມະບານລາວຈັດຂຶ້ນ ເພື່ອສະເຫຼີມສະຫຼອງວັນກໍາມະກອນສາກົນ ຄົບຮອບ 139 ປີ ເຊິ່ງມີທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວໃຫ້ກຽດເຂົ້າຮ່ວມ ແລະ ມີບັນດາທ່ານຜູ້ນຳພັກ-ລັດ, ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ (ສກລ), ຜູ້ຕາງໜ້າອົງການຈັດຕັ້ງສາກົນຕ່າງໆປະຈຳລາວ, ພະນັກງານ-ລັດຖະກອນ, ສະມາຊິກກໍາມະບານ, ກໍາມະກອນ ແລະ ປະຊາຊົນຊາວນະຄອນຫຼວງວຽງຈັນເຂົ້າຮ່ວມ.

ໃນພິທີທ່ານ ເລັດ ໄຊຍະພອນ ປະທານສູນກາງສະຫະພັນກຳມະບານລາວ ໄດ້ກ່າວໄຂພິທີ ເຊິ່ງບາງຕອນທ່ານກ່າວວ່າ: ວັນທີ 1 ພຶດສະພາໄດ້ກາຍເປັນວັນບຸນໃຫຍ່ທີ່ມີຄວາມໝາຍສຳຄັນຢ່າງຍິ່ງຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນບຸນມະຫາສາມັກຄີທີ່ຊົນຊັ້ນກຳມະກອນໄດ້ສະແດງພະລັງແຮງເຂັ້ມແຂງຂອງຕົນ ແລະ ມີການສະເຫຼີມສະຫຼອງຢ່າງຄຶກຄື້ນໃນແຕ່ລະປີຢູ່ຫຼາຍປະເທດທົ່ວໂລກ.

ສະນັ້ນ, ສກລ ຈຶ່ງໄດ້ຈັດກິດຈະກຳຍ່າງເພື່ອສຸຂະພາບ ທັງເປັນການໂຮມຊຸມນຸມລະນຶກເຖິງວັນທີ່ມີຄວາມໝາຍສຳຄັນດັ່ງກ່າວ. ກິດຈະກຳຍ່າງໃນຄັ້ງນີ້ ໄດ້ມີສະມາຊິກກໍາມະບານ, ກໍາມະກອນ ແລະ ປະຊາຊົນຊາວນະຄອນຫຼວງວຽງຈັນ ເຂົ້າຮ່ວມປະມານ 10 ພັນກວ່າຄົນ. ເນື່ອງໃນໂອກາດສໍາຄັນນີ້ ສກລ ຮຽກຮ້ອງມາຍັງການຈັດຕັ້ງພັກ-ລັດ, ການຈັດຕັ້ງກໍາມະບານແຕ່ລະຂັ້ນ, ຫົວໜ່ວຍແຮງງານ ແລະ ສັງຄົມຈົ່ງເພີ່ມທະວີຄວາມຮັບຜິດຊອບຂອງຕົນ ຕໍ່ການສຶກສາອົບຮົມແນວຄິດ, ຊ່ວຍເຫຼືອ, ກໍ່ສ້າງ ແລະ ພັດທະນາຊົນຊັ້ນກໍາມະກອນລາວ, ຜູ້ອອກແຮງງານລາວໃຫ້ເຕີບໃຫຍ່ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບສົມຄູ່ກັບຄວາມຮຽກຮ້ອງຕ້ອງການ ໃນການເຊື່ອມໂຍງເຂົ້າກັບສາກົນໃນໄລຍະໃໝ່ ແລະ ຈົ່ງພ້ອມກັນເຫັນຄຸນຄ່າຂອງແຮງງານກໍາມະກອນ, ຜູ້ອອກແຮງງານລາວ ແລະ ປົກປ້ອງສິດຜົນປະໂຫຍດ ອັນຊອບທໍາຂອງເຂົາເຈົ້າ ດ້ວຍການໃຫ້ກຽດສັກສີ, ຄວາມສະເໜີພາບ, ລາຍຮັບທີ່ເປັນທຳ ແລະ ການອອກແຮງງານທີ່ປອດໄພ.
ຂ່າວ+ຮູບ: ດວງມະນີ
ບກ: ພ ບຸບຜາພອນ



