ທ່ານປະທານ ສນຊ ຕ້ອນຮັບການເຂົ້າຢ້ຽມອຳລາຂອງເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ສປປ ລາວ.

ໃນວັນທີ 10 ພະຈິກ 2026, ທ່ານ ສຈ. ປອ. ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະ ໄດ້ໃຫ້ການຕ້ອນຮັບ ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງປະເທດຍີ່ປຸ່ນ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໃນໂອກາດເຂົ້າຢ້ຽມອຳລາ ເນື່ອງໃນວາລະທີ່ຈະສິ້ນສຸດການປະຕິບັດໜ້າທີ່ທາງການທູດຢູ່ ສປປ ລາວ.
ໃນໂອກາດດັ່ງກ່າວ, ທ່ານ ປະທານ ສນຊ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ບົດບາດ ແລະ ຜົນງານອັນຕັ້ງໜ້າຂອງທ່ານເອກອັກຄະລັດຖະທູດ ໃນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຕະຫຼອດໄລຍະການດຳລົງຕຳແໜ່ງ. ໂດຍສະເພາະ ການຊຸກຍູ້ໃຫ້ສາຍພົວພັນສອງປະເທດຖືກຍົກລະດັບຂຶ້ນສູ່ການເປັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານ” ໃນລະຫວ່າງການຢ້ຽມຢາມປະເທດຍີ່ປຸ່ນຢ່າງເປັນທາງການຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໃນເດືອນມັງກອນ 2025.
ພ້ອມນີ້, ທ່ານຍັງໄດ້ຊົມເຊີຍຕໍ່ການອຳນວຍຄວາມສະດວກໃນການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ນຳຂັ້ນສູງສອງປະເທດ ຊຶ່ງເປັນປັດໄຈສຳຄັນໃນການເສີມສ້າງຄວາມໄວ້ວາງໃຈ, ຄວາມເຂົ້າໃຈ ແລະ ການຮ່ວມມືລະຫວ່າງສອງຝ່າຍ. ໃນນັ້ນ ລວມມີການຢ້ຽມຢາມ ສປປ ລາວ ຂອງ ເຈົ້າຍິງໄອໂກະ ໃນເດືອນພະຈິກ 2025, ການຢ້ຽມຢາມປະເທດຍີ່ປຸ່ນຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໃນເດືອນພຶດສະພາ 2025 ລວມທັງການແລກປ່ຽນການຢ້ຽມຢາມ ແລະ ການເຂົ້າຮ່ວມກອງປະຊຸມສຳຄັນຕ່າງໆຂອງການນຳຂັ້ນສູງລາວ-ຍີ່ປຸ່ນ.
ທ່ານ ປະທານ ສນຊ ຍັງໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ຢ່າງຕໍ່ເນື່ອງ ຜ່ານໂຄງການຊ່ວຍເຫຼືອລ້າ ແລະ ໂຄງການພັດທະນາໃນຫຼາຍຂົງເຂດ ການພັດທະນາໂຄງລ່າງພື້ນຖານ, ການປັບປຸງສະໜາມບິນສາກົນວັດໄຕ, ການສົ່ງເສີມການຄົມມະນາຄົມ ແລະ ການເຊື່ອມໂຍງການເດີນທາງ, ການພັດທະນາດ້ານການຄ້າ ແລະ ການລົງທຶນ, ການສຶກສາຜ່ານທຶນ JDS, ລວມທັງໂຄງການ GGP ທີ່ຊ່ວຍຍົກລະດັບຄຸນນະພາບຊີວິດຂອງປະຊາຊົນຢູ່ທ້ອງຖິ່ນຕ່າງໆ. ນອກນີ້ ຍັງມີການຊຸກຍູ້ການຄ້າ, ການສົ່ງອອກ-ນຳເຂົ້າ ແລະ ການລົງທຶນຈາກພາກເອກະຊົນ ຊຶ່ງລ້ວນແຕ່ເປັນພື້ນຖານສຳຄັນໃນການສ້າງຜົນປະໂຫຍດຮ່ວມກັນຂອງສອງປະເທດ.
ໃນຕອນທ້າຍ, ທ່ານ ປະທານ ສນຊ ໄດ້ກ່າວຂອບໃຈທ່ານເອກອັກຄະລັດຖະທູດ ທີ່ໄດ້ທຸ່ມເທສະຕິປັນຍາ ແລະ ຄວາມສາມາດໃນການປະຕິບັດພາລະກິດທາງການທູດຢ່າງຕັ້ງໜ້າ ພ້ອມທັງອວຍພອນໃຫ້ທ່ານ ແລະ ຄະນະ ຈົ່ງມີສຸຂະພາບພະລານາໄມສົມບູນ, ປະສົບຜົນສຳເລັດໃນພາລະກິດໜ້າທີ່ໃໝ່ ແລະ ຫວັງວ່າທ່ານຈະສືບຕໍ່ເປັນຂົວຕໍ່ສຳຄັນໃນການເສີມສ້າງ ແລະ ສືບຕໍ່ສາຍພົວພັນມິດຕະພາບ ລວມທັງການຮ່ວມມືອັນດີງາມລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃຫ້ນັບມື້ເລີນງອກງາມ ແລະ ໝັ້ນຄົງຍິ່ງຂຶ້ນຕໍ່ໄປ.