ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ(ສນຊ) ໄດ້ເປັນກຽດນໍາພາຄະນະຜູ້ແທນກໍາມະການ ສນຊ, ຜູ້ຊົງຄຸນວຸດທິ ໄປຢ້ຽມຊົມຫໍພິພິທະພັນ ແລະ ງານວາງສະແດງສິນຄ້າ ຂອງກອງທັບ ເນື່ອງໃນໂອກາດທີ່ຄະນະກໍາມະການ ສນຊ ທົ່ວປະເທດ ດໍາເນີນກອງປະຊຸມສາມັນຄົບຄະນະກໍາມະການ ສນຊ ຄັ້ງທີ 3 ສະໄໝທີ XI ພ້ອມທັງຮັບຟັງການປາຖະກະຖາ ການກໍາເນີດ, ເຕີບໃຫຍ່, ມູນເຊື້ອ ແລະ ຜົນງານ ຂອງກອງທັບປະຊາຊົນລາວ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ຊຶ່ງໄດ້ຈັດຂຶ້ນລະຫວ່າງວັນທີ 10-12 ມັງກອນ 2024 ທີ່ນະຄອນຫລວງວຽງຈັນ.

ໃນການຢ້ຽມຊົມຫໍມູນເຊື້ອ ໄດ້ຮັບການຕ້ອນຮັບຈາກຄະນະຮັບຜິດຊອບຫໍພິພິທະພັນກອງທັບ, ຈາກນັ້ນ ທ່ານປະທານ ສນຊ ໄດ້ໃຫ້ກຽດວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນທ່ານປະທານ ໄກສອນ ພົມວິຫານ ຊຶ່ງທ່ານເປັນຜູ້ນໍາພາປະກາດສ້າງຕັ້ງກອງຮ້ອຍລາດຊະວົງ ເປັນຕົ້ນກໍາເນີດຂອງກອງທັບປະຊາຊົນລາວໃນປັດຈຸບັນ; ໂອກາດດຽວກັນນັ້ນ ຄະນະຜູ້ແທນກໍາມະການ ສູນກາງແນວລາວສ້າງຊາດ ໄດ້ພ້ອມກັນຮັບຟັງການບັນຍາຍບັນດາເນື້ອໃນການວາງສະແດງພາຍໃນຫໍພິພິທະພັນ ໂດຍປະກອບມີ 4 ພາກໃຫຍ່ຄື: ພາກເປີດສາກ ເມືອງລາວ ຄົນລາວ, ພາກການຕໍ່ສູ້ຕ້ານຈັກກະພັດລ່າເມືອງຂຶ້ນແບບເກົ່າ, ພາກການຕໍ່ສູ້ຕ້ານຈັກກະພັດລ່າເມືອງຂຶ້ນແບບໃໝ່ ແລະ ພາກການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນລະບອບໃໝ່.
ພ້ອມກັນນັ້ນ, ກໍ່ໄດ້ນໍາພາຄະນະຜູ້ແທນ ໄປຢ້ຽມຊົມງານວາງສະແດງສິນຄ້າຂອງກອງທັບ ໂດຍໄດ້ຮັບການຕ້ອນຮັບຈາກຄະນະຮັບຜິດຊອບຈັດງານຂອງກອງທັບ; ງານວາງສະແດງສິນຄ້າດັ່ງກ່າວປະກອບມີ 50 ກ່ວາຫົວໜ່ວຍ, ຫ້າງຮ້ານ ມາວາງສະແດງ ແລະ ຈະດໍາເນີນໄປຮອດວັນທີ 18 ມັງກອນ 2024.



