ທ່ານປະທານ ສນຊ ເຂົ້າຮ່ວມພິທີໃສ່ບາດບຸນອອກພັນສາປະວໍຣະນາ.

ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມພິທີໃສ່ບາດ ເນື່ອງໃນໂອກາດວັນບຸນອອກພັນສາ ທີວັດສະພານທອງເໜືອ, ມີພຣະອາຈານເຈົ້າອະທິການວັດ, ຕະຫຼອດຮອດພໍ່ແມ່ປະຊາຊົນຊາວພຸດເຂົ້າຮ່ວມ.


ໃນພິທີໄດ້ຮັບຟັງການຫວນຄືນປະຫວັດຄວາມເປັນມາບຸນອອກພັນສາຖືເປັນກໍານົດການຂອງພຣະສົງ ທີ່ພາຍຫຼັງເຂົ້າຈໍາພັນສາໃນວັດເປັນເວລາສາມເດືອນ ແລ້ວກໍມີການອອກພັນສາເພື່ອຈະໄດ້ເດີນທາງໄປຍັງຖິ່ນຕ່າງໆ ເພື່ອເຄື່ອນໄຫວວຽກ ແລະສືບຕໍ່ເທດສະໜາເຜີຍແຜ່ພຣະທໍາຄໍາສອນແກ່ພຸດທະສາສະນິກະຊົນທັງຫຼາຍ ຕາມພາລະບົດບາດຂອງຕົນ. ບຸນອອກພັນສາເປັນອີກວັນໜຶ່ງທີ່ສຳຄັນທາງພຸດທະສາສະໜາ ແລະເປັນປາງບຸນໜຶ່ງທີ່ມີຢູ່ໃນຮີດສິບຂອງລາວເຮົາ ເປັນວັນທີ່ພຣະສົງສາມະເນນທັງຫຼາຍສິ້ນສຸດໄລຍະການຈຳພັນສາບຳເພັນພຽນ ຕະຫຼອດໄລຍະ 3 ເດືອນນັບແຕ່ວັນເຂົ້າພັນສາຄືມື້ອອກໃໝ່ 15 ຄໍ່າເດືອນ 8 ເຖິງມື້ອອກໃໝ່ 15 ຄໍ່າເດືອນ 11 ວັນອອກພັນສາປະວໍຣະນາ ສໍາຫຼວດຕົນຄືນ ຄ້າຍຄືຝ່າຍຂ້າລັດຖະການເຮົາ ທີ່ມີການສ່ອງແສງ-ສຳຫຼວດກວດກາກັນ ແຕ່ລະອາທິດ ແຕ່່ລະເດືອນ. ຕອນເຊົ້າຂອງມື້ນີ້ອອກຕົນຍາດໂຍມທັງຫຼາຍກໍພາກັນກຽມເຄື່ອງໄສຍະທານຕ່າງໆເຊັ່ນ ຜ້າຈໍານໍາພັນສາ, ອາຫານຫວານຄາວ, ເຂົ້າຕົ້ມ, ເຂົ້າໜົມ ແລະ ໝາກໄມ້ເພື່ອໄປທຳບຸນໃສ່ບາດຢາດນ້ຳໃຫ້ທານ. ເມື່ອທຸກຄົນມາເຕົ້າໂຮມຢູ່ສາລາໂຮງທໍາແລ້ວ ສາລະວັດ ຫຼືມັກຄະທາຍົກຈຶ່ງນໍາພາໄຫວ້ພຣະຮັບສິນແລ້ວຖວາຍເຄື່ອງໄສຍະທານຕ່າງໆຈຶ່ງຕັກບາດ ເມື່ອພຣະສົງສັນຈັງຫັນແລ້ວຈຶ່ງຟັງທໍາມະເທດສະໜາໜຶ່ງກັນຈຶ່ງຄາລະວະຮັບຟອນ ແລະຢາດນໍ້າເປັນອັນວ່າຈົບພິທີໃນຕອນເຊົ້າ.


ບກ: ພ.ບຸບຜາ+ສົມປະສົງ
ຂ່າວ+ພາບ: ລີ