ວັນທີ 7 ພຶດສະພາ 2026, ກອງປະຊຸມຄັ້ງປະຖົມມະລືກ ເຂດເລືອກຕັ້ງທີ 9 ສະພາປະຊາຊົນແຂວງຊຽງຂວາງ ຊຸດທີ V ໄດ້ໄຂຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງທ່ານ ບຸນໂຮມ ເທດທານີ ປະທານສະພາປະຊາ ຊົນແຂວງຊຽງຂວາງ ຊຸດທີ IV ເປັນກຽດເຂົ້າຮ່ວມໂດຍທ່ານ ສຈ ປອ ກິແກ້ວ ໄຂຄໍາພິທູນ, ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ (ສນຊ), ປະທານສະພາທິດສະດີສູນກາງພັກ, ຜູ້ຊີ້ນຳອົງການຈັດຕັ້ງມະ ຫາຊົນຂັ້ນສູນກາງ, ສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈໍາເຂດເລືອກຕັ້ງທີ 9 ຜູ້ຊີ້້ນໍາແຂວງຊຽງຂວາງ; ມີທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາຄະນະພັກແຂວງຊຽງຂວາງ, ສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈໍາເຂດເລືອກຕັ້ງທີ 9, ມີບັນດາທ່ານການນຳຂອງແຂວງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 9, ສະມາຊິກສະພາປະຊາຊົນແຂວງ, ອາດີດການນຳແຂວງ, ອາດີດສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 9, ອາດີດສະມາຊິກສະພາປະຊາຊົນແຂວງ; ຜູ້ຕາງໜ້າອົງການຈັດຕັ້ງແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ພະແນກການ, ອົງການທຽບເທົ່າ, ສອງກອງບັນຊາການ ແລະ ພາກສ່ວນທຸລະກິດຕ່າງໆ ເຂົ້າຮ່ວມ ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງຊຽງຂວາງ;

ໃນວາລະກອງປະຊຸມ, ທ່ານປະທານສະພາປະຊາຊົນແຂວງຊຽງຂວາງ ຊຸດທີ IV ໄດ້ຂຶ້ນກ່າວໄຂກອງປະຊຸມຢ່າງເປັນທາງການ; ພ້ອມນັ້ນ, ກອງປະຊຸມໄດ້ຮັບຟັງບົດລາຍງານ ຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງກ່ຽວກັບຜົນການເລືອກຕັ້ງ ແລະ ການຢັ້ງຢືນຄຸນລັກສະນະ ຂອງສະມາຊິກສະພາປະຊາຊົນ ແຂວງຊຽງຂວາງ ຊຸດທີ V, ບົດລາຍງານການປະຕິບັດໜ້າທີ່ໃນໄລຍະ 5 ປີຜ່ານມາ ແລະ ກ່າວອຳລາໜ້າທີ່ ຂອງປະທານສະພາປະຊາຊົນແຂວງ ຊຸດທີ IV, ໜັງສືສະເໜີ ຂອງຄະນະປະຈຳສະພາປະຊາຊົນແຂວງ ຊຸດທີ IV ກ່ຽວກັບມາດຕະຖານເງື່ອນໄຂ ຂອງປະທານສະພາປະຊາຊົນແຂວງ ແລະ ເປົ້າໝາຍເລືອກຕັ້ງເປັນປະທານສະພາປະຊາຊົນແຂວງ ຊຸດທີ V; ໂອກາດນີ້, ເພື່ອເປັນການສະແດງຄວາມຮູ້ບຸນຄຸນຕໍ່ຜົນງານ ຂອງ ສສຂ ໃນການປະຕິບັດໜ້າທີ່ຜ່ານມາ ໄດ້ມີການປະດັບຫຼຽນກາລະນຶກ 50 ປີ ໃຫ້ ສສຊ ຊຸດທີ II ຫາ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 9 ຈຳນວນ 24 ທ່ານ ແລະ ປະດັບຫຼຽນກາລະນຶກ 5 ປີ ໃຫ້ ສສຂ ຊຸດທີ IV ຈໍານວນ 25 ທ່ານ ຕື່ມອີກ;

ພ້ອມດຽວກັນນີ້ກອງປະຊຸມ, ຈະໄດ້ມີການພິຈາລະນາ ແລະ ຮັບຮອງເອົາ ບັນຫາສຳຄັນຂອງແຂວງ ຄື: ເລືອກຕັ້ງປະທານ ແລະ ຮອງປະທານສະພາປະຊາຊົນແຂວງ ຊຸດທີ V ແລະ ກໍາມະການຄະນະປະຈໍາສະພາປະຊາຊົນແຂວງ ຕາມການສະເໜີ ຂອງປະທານສະພາປະຊາຊົນແຂວງ ຊຸດທີ V; ພິຈາລະນາ, ຮັບຮອງເອົາກົງຈັກການຈັດຕັ້ງ ຂອງສະພາປະຊາຊົນແຂວງ, ການແຕ່ງຕັ້ງປະທານຄະນະກໍາມະການ, ຫົວໜ້າຫ້ອງວ່າການ ສະພາປະຊາຊົນແຂວງ; ພິຈາລະນາ, ຮັບຮອງເອົາປະທານອົງການກວດກາລັດແຂວງ, ພິຈະລະນາຮັບຮອງເອົາປະທານສານປະຊາຊົນແຂວງ; ພິຈາລະນາ ແລະ ຮັບຮອງ ເອົາແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມາ ແຫ່ງລັດ 5 ປີ (2025-2030) ຂອງແຂວງ; ພິຈາລະນາ ແລະ ຮັບຮອງເອົາບົດລາຍງານແຜນການເຄື່ອນໄຫວວຽກງານ 5 ປີ (2026 – 2030) ຂອງອົງການກວດສອບປະຈຳພາກເໜືອ 1 ແລະ ບົດລາຍງານແຜນການເຄື່ອນໄຫວ 5 ປີ (2026 – 2030) ຂອງອົງການກວດກາລັດແຂວງ; ພິຈາລະນາ ແລະ ຮັບຮອງ ເອົາບົດລາຍງານການເຄື່ອນໄຫວວຽກງານ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030) ຂອງອົງການໄອຍະການປະຊາຊົນ ແລະ ສານປະຊາຊົນແຂວງ; ພິຈາລະນາ ແລະ ຮັບຮອງເອົາ ແຜນການເຄື່ອນໄຫວວຽກງານ 5 ປີ (2026 – 2030) ຂອງສະພາປະຊາຊົນ ແຂວງຊຽງຂວາງ ຊຸດທີ V; ກອງປະຊຸມດັ່ງກ່າວ, ຈະໄດ້ດໍາເນີນເປັນເວລາ 2 ວັນ ໃນລະຫວ່າງ ວັນທີ 7-8 ພຶດສະພາ 2026 ຈຶ່ງຈະສຳເລັດຜົນ.


