ສູນກາງແນວລາວສ້າງຊາດ

Lao Front For National Development

ທ່ານຮອງປະທານຜູ້ປະຈຳການ ສນຊ ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດລະດັບຊາດ

     ກອງປະຊຸມສຳມະນາວິທະຍາສາດລະດັບຊາດ ເພື່ອລະນຶກວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ (08 ກຸມພາ 1924 – 08 ກຸມພາ 2024) ຈັດຂຶ້ນໂດຍການເປັນປະທານຂອງທ່ານ ປອ. ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ; ມີທ່ານ ປອ. ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ (ສນຊ), ມີບັນດາທ່ານການນຳພັກ-ລັດ, ພະນັກງານປະຕິວັດອາວຸໂສ-ບຳນານ, ບັນດາທ່ານຜູ້ຕາງໜ້າບັນດາກະຊວງ-ອົງການ, ບັນດານັກຄົ້ນຄວ້າວິທະຍາສາດ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມສູນ ກາງພັກ, ໃນວັນທີ 24 ມັງກອນ 2024;
     ບັນດາເອກະສານທີ່ນຳມາສະເໜີ ປະກອບມີ 9 ຫົວຂໍ້ຄື: ປະທານ ຄຳໄຕ ສີພັນດອນ ແມ່ນຜູ້ຍຶດໝັ້ນແນວທາງມະຫາຊົນ, ປະທານ ຄຳໄຕ ສີພັນດອນ ໃນຄວາມຮູ້ສຶກຂອງລູກ, ແນວຄິດຊີ້ນຳກ່ຽວກັບວຽກງານແນວໂຮມ ແລະ ວຽກງານມະຫາຊົນ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ແນວຄິດຊີ້ນຳກ່ຽວກັບການກໍ່ສ້າງພັກ-ພະນັກງານ ໃນໄລຍະໃໝ່, ແນວຄິດຊີ້ນຳ ກ່ຽວກັບການກໍ່ສ້າງຮາກຖານການເມືອງ ຢູ່ແຂວງຈຳປາສັກ, ແນວຄິດຊີ້ນຳກ່ຽວກັບການພັດທະນາເສດຖະກິດ-ການເງິນ , ແນວຄິດຊີ້ນຳກ່ຽວກັບວຽກງານວັດທະນະທຳ, ແລະ ແນວຄິດຊີ້ນຳກ່ຽວກັບວຽກງານພົວພັນຕ່າງປະເທດ;
     ໂອກາດນີ້, ທ່ານຮອງປະທານຜູ້ປະຈຳການ ສນຊ ໄດ້ຂຶ້ນນຳສະເໜີຫົວຂໍ້ ແນວຄິດຊີ້ນຳ ຂອງປະທານ ຄຳໄຕ ສີພັນດອນ ກ່ຽວກັບວຽກງານແນວໂຮມ ແລະ ວຽກງານມະຫາຊົນ ເຊິ່ງທ່ານເນັ້ນ 03 ຈຸດ ໂດຍສັງເຂບ; ໃນນີ້, ກ່ຽວກັບການຜັນຂະຫຍາຍແນວຄິດຊີ້ນຳ ເຊິ່ງທ່ານຮອງປະທານ ສນຊ ໄດ້ກ່າວມີບາງເນື້ອໃນວ່າ: ຄຸນຄ່າແນວຄິດຊີ້ນໍາ ຂອງປະທານ ຄໍາໄຕ ສີພັນດອນ ທີ່ໄດ້ລວບລວມຢູ່ໃນບົດນີ້ແມ່ນເປັນການສັງລວມເອົາ ໃນໄລຍະແຫ່ງການດໍາລົງຕໍາແໜ່ງ ເປັນນາຍົກ ລັດຖະມົນຕີ, ເປັນປະທານຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະ ປະທານປະເທດ ແຫ່ງ ສປປ ລາວ ໄລຍະປີ 1993-2006 ເຖິງວ່າຈະມີໄລຍະເວລາສັ້ນ ແຕ່ວ່າແນວຄິດຊີ້ນໍາຂອງເພິ່ນ ມີຄວາມໝາຍທີ່ອຸດົມສົມບູນ, ເປັນພື້ນຖານໃຫ້ພັກ-ລັດ ກໍຄືແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ນໍາເອົາທິດຊີ້ນໍາເຫຼົ່ານັ້ນມາຜັນຂະ ຫຍາຍ, ສ້າງເປັນໂຄງການດໍາເນີນງານ, ແຜນພັດທະນາໃນແຕ່ລະໄລຍະ, ສ້າງເປັນນິຕິກໍາ ແລະ ຫັນເປັນກົດໝາຍ ຂອງແຕ່ລະອົງການ ເພື່ອເປັນບ່ອນອີງ ແລະ ຮັບຮອງແບບແຜນການຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໄດ້ຮັບໝາກຜົນ.
ບກ ໂດຍ: ສຊ ຈື້ໄຊ
ພາບ ແລະ ຂ່າວໂດຍ: ຈິດຕະພົງ ໂພທິລັກ
info@lfnd.org.la | 021 213754 | (856-21) 453191