ສູນກາງແນວລາວສ້າງຊາດ

Lao Front For National Development

ທ່ານຮອງປະທານສູນກາງແນວລາວສ້າງຊາດ ພົບປະໂອ້ລົມຄະນະນຳເມືອງອາດສະພອນ

 

ເນື່ອງໃນໂອກາດລົງເຜີຍແຜ່ຜົນສໍາເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II. ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 13 ແຂວງ ສະຫວັນນະເຂດ ໄດ້ພົບປະໂອ້ລົມຄະນະນຳເມືອງ, ອົງການແນວລາວສ້າງຊາດ ແລະ ອົງການພາຄີ ເມືອງອາດສະພອນ ແຂວງສະຫວັນນະເຂດ ໃນວັນທີ 16 ມີນາ 2023 ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ມີທ່ານ ສິນໄຊ ວົງລະຄອນ ຮອງປະທານແນວລາວສ້າງຊາດແຂວງສະ ຫວັນນະເຂດ, ທ່ານ ນ. ບຸນທະລັງສີ ຄໍາມະນີວົງ ເຈົ້າເມືອງ ເມືອງອາດສະພອນ ພ້ອມດ້ວຍຄະນະພັກເມືອງ, ອົງການແນວລາວສ້າງຊາດເມືອງ ແລະ ພະນັກງານຫລັກແຫລ່ງພາຍໃນເມືອງເຂົ້າຮ່ວມ.

ທ່ານ ເຈົ້າເມືອງ ໄດ້ລາຍງານຜົນງານທີ່ພົ້ນເດັ່ນໃນການເຄື່ອນໄຫວວຽກງານຂອງເມືອງ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າໂດຍຫຍໍ້ ໃຫ້ທ່ານຮອງປະທານ ສນຊ ໄດ້ຮັບຊາບ ເຊິ່ງໄດ້ຍົກໃຫ້ເຫັນວ່າ: ເມືອງອາດສະພອນ ໄດ້ສຸມໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ຄຽງຄູ່ກັບການເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ ແລະ ບັນດາເອກະສານທີ່ຕິດພັນກັບ 2 ວາລະແຫ່ງຊາດ ມາເຜີຍແຜ່ພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ເຂົ້າໃຈ; ໄດ້ນໍາພາຊຸກຍູ້ວຽກງານປກຊ-ປກສ ໃຫ້ໜັກແໜ້ນເຂັ້ມແຂງ,​ ຕ້ານ ແລະ ແກ້ໄຂບັນ ຫາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້້ນ ພ້ອມທັງສຸມໃສ່ການຊຸກຍູ້ສົ່ງເສີມການປູກ-ການລ້ຽງຂອງປະຊາຊົນ ກໍ່ຄືຊາວກະສິກອນ ໂດຍສະເພາະແມ່ນເລັ່ງໃສ່ການປູກມັນຕົ້ນ ເພື່ອກາຍເປັນສິນຄ້າ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກ; ສືບຕໍ່ປັບປຸງອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນຂັ້ນບ້ານໃຫ້ໜັກແໜ້ນ ເຂັ້ມແຂງ, ຖືສໍາຄັນວຽກງານຕິດຕາມ-ກວດກາ,​ສະຫຼຸບປະເມີນຜົນ, ຖອດຖອນບົດຮຽນ ໃນການຈັດຕັ້ງປະ ຕິບັດວຽກງານຂອງຄະນະພັກ-ອົງການປົກຄອງ ແຕ່ລະຫ້ອງການລົງຮອດຮາກຖານບ້ານ; ​ສືບຕໍ່ຊຸກຍູ້ພໍ່ແມ່ປະຊາຊົນປູກພືດລະດູແລ້ງ ແລະ ຜະລິດເຂົ້ານາປີໃຫ້ທ່ວງທັນຕາມລະດູການ, ໃຫ້ບັນລຸແຜນການທີ່ວາງໄວ້.

ທ່ານ ຮອງປະທານ ສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດທີ່ເມືອງສາມາດຍາດໄດ້ໃນໄລຍະຜ່ານມາ ພ້ອມທັງໄດ້ມີບາງຄຳເຫັນເນັ້ນຕື່ມວ່າ: ໃຫ້ອົງການປົກຄອງເມືອງ, ອົງການແນວລາວສ້າງຊາດເມືອງ, ບ້ານ ສືບຕໍ່ເປັນຄັນທຸງເຕົ້າໂຮມຄວາມສາມັກຄີທົ່ວປວງຊົນລາວບັນດາເຜົ່າ, ເປັນເຈົ້າການໃນການຈັດຕັ້ງເຜີຍແຜ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຕິດພັນກັບສອງວາລະແຫ່ງຊາດ ໃຫ້ພະນັກງານ-ລັດຖະກອນ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ຮັບຮູ້ເຊຶ່ອມຊຶມ, ໃຫ້ສືບຕໍ່ຈັດຕັ້ງຜັນຂະຫຍາຍ 4 ການຫັນປ່ຽນຂອງວຽກງານແນວໂຮມ ຄື: ສ້າງການຫັນປ່ຽນດ້ານຈິດຕະນາການ, ສ້າງການຫັນປ່ຽນທາງດ້ານລາຍຮັບ, ສ້າງການຫັນປ່ຽນໃນຮູບການ-ວິທີການປຸກລະດົມຂົນຂວາຍ ແລະ ສ້າງການຫັນປ່ຽນຮູບແບບການຮ່ວມສຳພັນ ລະຫວ່າງອົງການພາຄີດ້ວຍກັນ; ເຄື່ອນໄຫວວຽກງານຕາມ 4 ຮ ຄື: ເຮັດອັນທີ່ປະຊາຊົນຮຽກຮ້ອງ, ໃຫ້ປະຊາ ຊົນຮູ້, ໃຫ້ປະຊາຊົນເຮັດ ແລະ ໃຫ້ປະຊາຊົນໄດ້ຮັບຜົນປະໂຫຍດ; ພະນັກງານແນວລາວສ້າງຊາດ ແຕ່ລະຂັ້ນ ປະຕິບັດຕາມ 4 ຄຸນລັກສະນະ ເນັ້ນຄຸນລັກສະນະ ຂອງພະນັກງານແນວລາວສ້າງຊາດຄື: ຕ້ອງມີຄຸນງາມຄວາມດີ, ເປັນຜູ້ທີ່ມີຄຸນວຸດທິ, ເປັນເຄົ້າຫຼັກຂອງຄວາມສາມັກຄີ ແລະ ເປັນຜູ້ທີ່ມີຄຸນນະທໍາ ເພື່ອເຮັດໃຫ້ການປະກອບສ່ວນ ຂອງແນວລາວສ້າງຊາດເມືອງອາດສະພອນ ເປັນຕົວຢ່າງໃຫ້ທ້ອງຖິ່ນອື່ນມາແລກປ່ຽນບົດຮຽນນຳ; ພ້ອມກັນນັ້ນ ໃຫ້ສຶບຕໍ່ປຸກລະດົມຂົນຂວາຍປະຊາຊົນລາວບັນດາເຜົ່າໃຫ້ມີຄວາມສາມັກຄີປອງດອງເປັນປຶກແຜ່ນ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພ້ອມທັງຮ່ວມກັນຕ້ານ-ສະກັດກັ້ນບັນດາປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂື້ນໃນສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

ໃນໂອກາດເຄື່ອນໄຫວຄັ້ງນີ້ ທ່ານຮອງປະທານສູນກາງແນວລາວສ້າງຊາດ ຮ່ວມກັບແນວລາວສ້າງຊາດແຂວງສະ ຫວັນນະເຂດ ໄດ້ມອບເຄື່ອງຊ່ວຍເຫຼືອຈໍານວນໜຶ່ງໃຫ້ເມືອງ ເຊິ່ງປະກອບມີ: ໂທລະໂຄ່ງ ຈຳນວນ 1 ຊຸດ, ອຸປະກອນກິລາ, ອຸປະກອນການສຶກສາ, ເຄື່ອງນຸ່ງຫົ່ມ, ຜ້າຫົ່ມ ແລະ ເຄື່ອງອຸປະໂພກ-ບໍລິໂພກຈໍານວນໜຶ່ງ ເພື່ອນໍາໄປແຈກຢາຍໃຫ້ພາກສ່ວນທີ່ກ່ຽວຂ້ອງ ແລະ ປະຊາຊົນຜູ້ທຸກຍາກຂາດເຂີນພາຍໃນເມືອງ.

ບກ: ຄໍາຜາຍ

ຂ່າວ+ພາບ: ອິນທະຫວາ

info@lfnd.org.la | 021 213754 | (856-21) 453191