ທ່ານຮອງປະທານ ສນຊ ຜູ້ປະຈໍາການ ເຄື່ອນໄຫວ ຊຸກຍູ້ວຽກງານແນວໂຮມ ທີ່ແຂວງຫຼວງພະບາງ

ໃນວັນທີ 20 ພະຈິກ 2024 ນີ້, ທ່ານ ຄໍາໄຫຼ ສີປະເສີດ ກໍາມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ ຜູ້ປະຈໍາການ ໄດ້ພົບປະໂອ້ລົມແນວລາວສ້າງຊາດແຂວງ ຫຼວງພະບາງ ມີທ່ານ ບູນສົມ ຄູນມະນີ, ຄະນະປະຈໍາພັກແຂວງ, ປະທານແນວລາວສ້າງຊາດ ແຂວງຫຼວງພະບາງ, ມີຜູ້ຕາງໜ້າຈາກ3ອົງການຈັດຕັ້ງມະຫາຊົນຄື:ກໍາມະບານ, ຊາວໜຸ່ມ ແລະ ສະຫະພັນແມ່ຍິງແຂວງ ພ້ອມດ້ວຍພະນັກງານ-ລັດຖະກອນຂອງແນວລາວສ້າງຊາດ ເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ບູນສົມ ຄູນມະນີ ໄດ້ລາຍງານໂດຍຫຍໍ້ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານແນວໂຮມຂອງແຂວງຫຼວງພະບາງ ເຊີ່ງປະກອບມີ 11 ເມືອງ ແລະ 1 ນະຄອນ, ມີ 758 ບ້ານ, ມີປະຊາກອນ 484,214 ຄົນ ປະກອບມີ 13 ຊົນເຜົ່າຄື: ຊົນເຜົ່າລາວ, ລື້, ຍວນ,ໄຕ, ຜູ້ໄທ, ໄທເໜືອ, ກຶມມຸ, ໄປຣ, ມົ້ງ, ອິວມຽນ, ພູນ້ອຍ ແລະ ຊົນເຜົ່າຫໍ້ ຕະຫຼອດໄລຍະຜ່ານມາ ຄະນະກໍາມະການແນວລາວສ້າງຊາດ ແຕ່ລະຂັ້ນ ໄດ້ເອົາໃຈໃສ່ໃນການສຶກສາອົບຮົມເຕົ້າໂຮມຄວາມສາມັກຄີ, ປະຊາຊົນລາວບັນດາເຜົ່າ, ຊັ້ນຄົນ, ສາສະ   ໜາເພດ-ໄວ ພາຍໃນແຂວງ ໃຫ້ມີຄວາມສາມັກຄີເປັນປຶກແຜ່ນ, ປະກກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດກໍ່ຄືແຂວງຫຼວງພະບາງ ໂດຍຖືເອົາການສຶກສາອົບຮົມເມືອງແນວຄິດເປັນກົກ, ຕິດພັນກັບການຈັດຕັ້ງເຜີຍແຜ່ເຊື່ອມຊຶມມະຕິ, ຄໍາສັ່ງ, ແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຢ່າງທົ່ວເຖິງ, ຊຸກຍູ້ປະຊາຊົນລາວບັນດາເຜົ່າເອົາໃຈໃສ່ປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທໍາ-ຮີດຄອງປະເພນີອັນດີງາມຂອງແຕ່ລະເຜົ່າທີ່ເຄີຍປະຕິບັດໃນຜ່ານມາ ແລະ ໄດ້ຊຸກຍູ້ຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງທີ່ເປັນວຽກບູລິມະສິດສໍາຄັນຂອງອົງການແນວລາວສ້າງຊາດ, ສໍາລັບ ປີ 2024 ສາມາດປະກາດບ້ານສາມັກຄີປອງດອງໄດ້ 730 ບ້ານ ເທົ່າກັບ 95% ຂອງຈໍານວນບ້ານທັງໝົດພາຍໃນແຂວງ.

ທ່ານ ຄໍາໄຫຼ ສີປະເສີດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະກໍາມະການແນວລາວສ້າງຊາດແຂວງຫຼວງພະບາງທີ່ສາມາດຍາດໄດ້ຜົນງານອັນພົ້ນເດັ່ນໃນໄລຍະຜ່ານມາ ພ້ອມກັນນີ້, ທ່ານຍັງໄດ້ເນັ້ນໃຫ້ແນວລາວສ້າງຊາດແຂວງສືບຕໍ່ປົກປັກຮັກສາ ແລະ ເພີ່ມທະວີຄວາມສາມັກຄີປອງດອງ, ຄວາມເປັນປຶກແຜ່ນ ຂອງປະຊາຊົນທັງຊາດສ້າງສະຕິຊາດ ເອກະພາບອັນໜຶ່ງອັນດຽວ, ຍົກສູງມູນເຊື້ອຮັກຊາດ, ດຸໝັ່ນຂະຫຍັນພຽນ, ຮັກຄວາມຍຸຕິທຳ,ຮັກສາຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ເດັດດ່ຽວສະກັດກັ້ນການສ້າງຄວາມແຕກແຍກຄວາມສາມັກຄີພາຍໃນ ປະຊາຊົນ ແລະ ຊັ້ນຄົນຕ່າງໆ; ເສີມຂະຫຍາຍສິດປະຊາທິປະໄຕ ແລະ ສິດເປັນເຈົ້າຂອງປະຊາຊົນເຂົ້າໃນພາລະກິດປົກປັກຮັກສາ ແລະສ້າງສາປະເທດຊາດ; ຍົກສູງຊີວິດການເປັນຢູ່ຂອງປະຊາຊົນໃຫ້ສູງຂຶ້ນກ້າວໜຶ່ງ ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນ; ປຸກລະດົມທົ່ວສັງຄົມ, ຜູ້ໃຈບຸນຊ່ວຍເຫຼືອຜູ້ທີ່ຍັງທຸກຍາກ ຕໍ່ແລະ ເຂດທີ່ຫຍຸ້ງຍາກ, ເຕົ້າໂຮມຜູ້ຊົງຄຸນວຸດທິ, ປັນຍາຊົນ ແລະ ຜູ້ມີຜົນງານດີເດັ່ນ ເຂົ້າຮ່ວມໃນອົງການແນວລາວສ້າງຊາດ ແຕ່ລະຂັ້ນນັບມື້ນັບຫຼາຍຂຶ້ນ; ເສີມຂະຫຍາຍ ແລະ ຮັບປະກັນການ ຮັດແໜ້ນ ແລະ ຂະຫຍາຍສາຍພົວພັນກັບອົງການພາຄີ ແລະ ກັບພີ່ນ້ອງເຊື້ອຊາດລາວ ທີ່ດຳລົງຊີວິດຢູ່ຕ່າງປະເທດ ລວມທັງເພີ່ມທະວີຄວາມສາມັກຄີ, ການຜູກມິດໄມຕີກັບປະຊາຊົນຂອງປະເທດຕ່າງໆ ທັງຢູ່ໃກ້ ແລະຢູ່ໄກ ຢ່າງແໜ້ນແຟ້ນ ເພື່ອເປັນກຳລັງແຮງ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃຫ້ຫຼາຍຂຶ້ນ ແລະ ຍົກສູງບົດບາດ, ຄວາມຮັບຜິດຊອບ ແລະ ຄວາມສາມາດ ຂອງຄະນະກຳມະການແນວລາວສ້າງຊາດ, ໂດຍຮັບປະກັນໃຫ້ອົງການແນວລາວສ້າງຊາດ ແຕ່ສູນກາງລົງຮອດທ້ອງຖິ່ນ ໃຫ້ເຄື່ອນໄຫວເປັນລະບົບໂລ່ງລ່ຽນສາມາດເຮັດຫຼ້ອນໜ້າທີ່ການເມືອງຂອງຕົນ ແລະ ລວມທັງສ້າງຂີດຄວາມສາມາດໃໝ່ ໃນການຕິດຕາມ ແລະໃຫ້ຄໍາປຶກສາຕໍ່ສະພາ, ອົງການພາຄີ, ອົງການຈັດຕັ້ງສັງຄົມ, ຄະນະພັກ ແລະ ອົງການປົກຄອງຂັ້ນຂອງຕົນໃຫ້ສູງຂຶ້ນກ້າວໜຶ່ງ.

ພ້ອມກັນນັ້ນ, ທ່ານ ຄໍາໄຫຼ ສີປະເສີດ ຍັງໄດ້ມອບເງີນຈໍານວນ 50 ລ້ານກີບໃຫ້ແນວລາວສ້າງຊາດແຂວງນໍາໄປມອບຕໍ່ໃຫ້ເມືອງວຽງຄໍາ ແລະ ເມືອງປາກແຊງທີ່ໄດ້ຮັບຜົນທົບຈາກໄພທໍາມະຊາດໃນໄລຍະຜ່ານມາກ່າວຮັບໂດຍທ່ານ ບູນສົມ ຄູນມະນີ ປະທານແນວລາວສ້າງຊາດແຂວງຫຼວງພະບາງ.

 

 

ບກໂດຍ: ສຊ ຈື້ໄຊ

ຂ່າວ-ພາບ: ສຸວັນລີ