ພິທີສະເຫຼີມສະຫຼອງບຸນກິນຈຽງຊົນເຜົ່າມົ້ງ ຈຸດສຸມ ກຸ່ມບ້ານພັດທະນາ-ນາເລົາ ຫຼັກ 52 ເມືອງໂພນໂຮງ ແຂວງວຽງຈັນ ປະຈໍາປີ 2025 ໄດ້ຈັດຂຶ້ນ ໂດຍການເຂົ້າຮ່ວມ ຂອງທ່ານ ຈະເລີນ ເຍ່ຍປາວເຮີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ທ່ານ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ (ສນຊ); ທ່ານ ສົມປະສົງ ສຸວົງຄໍາຈັນ ກໍາມະການປະຈໍາພັກແຂວງ, ຮອງປະທານປົກຄອງແຂວງວຽງຈັນ, ເລຂາຄະນະບໍລິຫານງານພັກເມືອງໂພນໂຮງ, ມີບັນດາທ່ານການນຳຂັ້ນແຂວງ-ຂັ້ນເມືອງ, ເຈົ້າກົກ-ເຈົ້າເຫລົ່າ, ຫົວໜ້າຊິ່ງຊາວ, ພ້ອມດ້ວຍປະຊາຊົນບັນດາເຜົ່າ 11 ບ້ານ ພາຍໃນເມືອງເຂົ້າຮ່ວມ, ໃນວັນທີ 23 ທັນວາ 2025;
ໃນພິທີ, ທ່ານ ຈັນເພັງ ຊົ່ງ ກຳມະການແນວລາວສ້າງຊາດແຂວງວຽງຈັນ ໄດ້ລາຍງານກ່ຽວກັບຄວາມເປັນມາຂອງບຸນກິນຈຽງ (ນໍເປເຈົ່າ) ຊົນເຜົ່າມົ້ງ ໂດຍປະຕິບັດຕາມຮີດຄອງປະເພນີ ຂອງຊົນເຜົ່າມົ້ງ ເຊິ່ງໄດ້ຈັດຂຶ້ນທຸກໆປີ ທີ່ໄດ້ສືບທອດກັນມາແຕ່ດົນນານແລ້ວ ເປັນການສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່, ເປັນການຕີລາຄາຜົນສໍາເລັດແຫ່ງການເກັບກູ້ຜະລິດຜົນລະປູກ, ຊົນ ເຜົ່າມົ້ງໄດ້ມີວັດທະນະທໍາ-ຮີດຄອງປະເພນີອັນດີງາມ ທີ່ເປັນເອກະລັກຂອງເຜົ່າ, ມີມູນເຊື້ອຕໍ່ສູ້ພິ ລະອາດຫານບໍ່ຍອມຈໍານົນ, ມີຄວາມອົດທົນ, ມີຄວາມກ້າຫານ, ດຸໝັ່ນ, ບຸນດັ່ງກ່າວກົງກັບເດືອນ 12 ສາກົນ ແລະ ກົງກັບແຮມ 15 ຄໍ່າຂອງເດືອນຈຽງ ເດືອນເຜົ່າລາວ ແລະ ຈັດຂຶ້ນພາຍຫຼັງເກັບກູ້ຜົນຜະລິດກະສິກໍາສໍາເລັດ, ກ່ອນຈະເຖິງບຸນນໍເປເຈົ່າ ຂອງປະຊາຊົນເຜົ່າມົ້ງ ໄດ້ມີການຫ້າງຫາກະກຽມສິ່ງທີ່ຈໍາເປັນ ເປັນຕົ້ນແມ່ນ ເຕົ້າໂຮມເຄື່ອງມືອອກແຮງງານທຸກຊະນິດ, ກະກຽມສະບຽງອາຫານການກິນປະເພດຕ່າງໆ ແລະ ເຄື່ອງໃຊ້ພາຍໃນຄອບຄົວເຊັ່ນ: ເຂົ້າ, ເຂົ້າປະປາ, ຜັກ, ຟືນ, ນໍ້າ, ເຄື່ອງນຸ່ງ ແລະ ອື່ນໆ ໃຫ້ພຽງພໍພາຍໃນກໍານົດ 3 ວັນ; ໃນເວລາເຮັດບຸນຕ້ອງໄດ້ຄະລໍາ 3 ວັນ ເປັນຕົ້ນ: ຫ້າມໃຊ້ຈ່າຍເງິນຄໍາ, ຫ້າມໄປອອກແຮງງານ, ໄປຊອກຫາກິນ, ຫ້າມຫຼິ້ນພ້າ, ມີດ ທີ່ເປັນປະເພດແຫຼມຄົມ ແລະ ອື່ນໆ; ໃນໂອກາດບຸນປີໃໝ່ ດັ່ງກ່າວເປັນເງື່ອນໄຂໃຫ້ແກ່ຊາວໜຸ່ມ, ຍິງໜຸ່ມ (ບ່າວ-ສາວ) ໄດ້ພົບໜ້າພໍ້ຕາ ແລະ ມີໂອກາດຊອກຫາຄູ່ຄອງ ເພື່ອສ້າງຄອບຄົ;

ໂອກາດນີ້, ທ່ານ ມອນໄຊ ລາວມົວຊົ່ງ ເປັນກຽດກ່າວໃນພິທີມີເນື້ອໃນບາງຕອນວ່າ: ການສະເຫຼີມສະຫຼອງບຸນປີໃໜ່ຂອງພີ່ນ້ອງຊົນເຜົ່າມົ້ງ ແມ່ນເປັນບຸນໜຶ່ງທີ່ມີຄວາມໝາຍສໍາຄັນ ໃນຊີ ວິດວັດທະນະທໍາຮີດຄອງປະເພນີອັນເປັນມູນເຊື້ອທີ່ດີງາມ ໄດ້ໜູນມາຄົບຮອບອີກວາລະໜຶ່ງທັງເປັນການປະກອບສ່ວນໃນການອະນຸຮັກ ແລະ ສົ່ງເສີມດ້ານວັດທະນະທໍາຮີດຄອງປະເພນີຂອງຊົນເຜົ່າ, ການສະເຫຼີມສະຫຼອງບຸນນໍ່ເປເຈົາປີນີ້ ໃຫ້ດໍາເນີນແບບກະທັດຮັດເບົາບາງຖືເນື້ອໃນຄວາມໝາຍເປັນຈຸດສຸມ ແນໃສ່ປະຕິບັດນະໂຍບາຍການປະຢັດ ແລະ ຫຼຸດຜ່ອນການຟູມເຟືອ;ພ້ອມນີ້, ໃນພິທີຍັງໄດ້ມອບໃບຍ້ອງຍໍໃຫ້ຜູ້ອຸປະຖໍາງານດັ່ງກ່າວ, ຮັບຊົມການສະແດງສີລະປະວັນນະຄະດີ ແລະ ຮ່ວມໂຍນໝາກຄອນຕາມປະເພນີ ຕື່ມອີກ.



