ສະຖານທູດ ສສ ຫວຽດນາມ ປະຈຳລາວ ຮ່ວມກັບ ສູນວັດທະນະທຳຫວຽດນາມ ປະຈໍາລາວ ແລະ ບໍລິສັດ ສະຕຣາໂທລະຄົມ (ຢູນີເທວ) ຈັດພິທີສາຍຮູບເງົາ “ຝົນສີແດງ” ໃນວັນທີ 16 ກໍລະກົດ 2026 ຢູ່ນະຄອນຫລວງວຽງຈັນ ເນື່ອງໃນໂອກາດສະເຫລີມ ສະຫລອງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 49 ປີ (18 ກໍລະກົດ 1977-18 ກໍລະກົດ 2026) ໂດຍການເຂົ້າຮ່ວມຂອງ ທ່ານ ສຸລິປັນຍາ ຣາຊສົມບັດ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ); ມີອະດີດການນໍາພັກ-ລັດ, ຜູ້ຕາງໜ້າບັນດາກະຊວງ-ອົງການ, ບັນດາຂະແໜງການ, ພ້ອມທັງອົງການສື່ມວນຊົນ ຂອງລາວ ແລະ ຫວຽດນາມ ເຂົ້າຮ່ວມ.
ທ່ານ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ໄດ້ກ່າວວ່າ: ສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ສະບັບນີ້, ແມ່ນເອກະສານທີ່ມີເນື້ອໃນຮອບດ້ານ, ມີຄຸນຄ່າຍຸດທະສາດຍາວນານ ແລະ ເປັນພື້ນຖານທາງການເມືອງ ແລະ ເປັນນິຕິກຳທີ່ໜັກແໜ້ນທີ່ສຸດເພື່ອປັບປຸງ ແລະ ເພີ່ມທະວີຄວາມສາມັກຄີ, ສາຍພົວພັນພິເສດ ລາວ-ຫວຽດນາມ ໃນຍຸກສະໄໝໃໝ່. ບົນພື້ນຖານຂອງຈິດໃຈສາກົນນິຍົມກຳມາຊີບ ແລະ ຫລັກການສະເໝີພາບ, ເຄົາລົບເອກະລາດ ແລະ ອະທິປະໄຕຂອງກັນ ແລະ ກັນ, ສົນທິສັນຍາປີ 1977 ໄດ້ສ້າງພື້ນຖານທາງນິຕິກຳ ເພື່ອໃຫ້ສອງປະເທດສາມາດບັນລຸພາລະກິດປະຫວັດສາດອັນຍິ່ງໃຫຍ່ ຄື ການວາງກຳນົດເຂດຊາຍແດນແຫ່ງຊາດ ແລະ ການຮ່ວມມືຮອບດ້ານໃນຂົງເຂດ ການເມືອງ-ປກຊ-ປກສ, ການຕ່າງປະເທດ, ເສດຖະກິດ, ວັດທະນະທຳ, ການສຶກສາ, ເຕັກນິກ. ໃນສະພາບການຫັນເປັນໂລກກາພິວັດ ແລະ ປ່ຽນແປງໃໝ່ໃນປັດຈຸບັນ, ສົນທິສັນຍາສະບັບນີ້ ຍັງຄົງຮັກສາຄຸນຄ່າອັນສົມບູນ ເປັນເຂັມທິດນຳທາງ ໃຫ້ສອງປະເທດສາມາດເຊື່ອມໂຍງເຂົ້າກັບສາກົນຢ່າງຕັ້ງໜ້າ, ພ້ອມກັນຮັກສາເອກະລັກຂອງຕົນ, ພ້ອມທັງກຳນົດຂໍ້ຮຽກຮ້ອງໃໝ່ໃນການປັບປຸງຮູບແບບການຮ່ວມມືຢ່າງບໍ່ຢຸດຢັ້ງ ເພື່ອຄວາມຍືນຍົງຂອງທັງສອງປະຊາຊາດ. ສັນຍາສະບັບນີ້, ແມ່ນຊັບສິນອັນລໍ້າຄ່າ ທີ່ຄົນຮຸ່ນຫລັງມີໜ້າທີ່ຮ່ວມກັນຮັກສາ ແລະ ເສີມຂະຫຍາຍ, ຫວນຄືນເສັ້ນທາງເກືອບເຄິ່ງສັດຕະວັດ ນັບແຕ່ສົນທິສັນຍາປະຫວັດສາດໄດ້ລົງນາມ, ພວກເຮົາພາກພູມໃຈໃຫ້ເຫັນວ່າສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ ນັບມື້ນັບປັບປຸງ ແລະ ພັດທະນາເຂົ້າສູ່ລວງເລິກ, ແທດຕົວຈິງ ແລະ ມີປະສິດທິຜົນໃນທຸກໆຂົງເຂດ.
ຮູບເງົາ “ຝົນແດງ” (Mưa Đỏ) ນຳສະເໜີເຫດການໃນໄລຍະສົງຄາມຫວຽດນາມ ປີ 1972 ໂດຍສະທ້ອນໃຫ້ເຫັນຕົວຈິງຢ່າງກົງໄປກົງມາ ເຖິງການຕໍ່ສູ້ປົກປ້ອງ ນະຄອນບູຮານ ກວາງຈິ (Thành cổ Quảng Trị) ເປັນເວລາ 81 ວັນ ແລະ ຄືນ. ພາຍໃນເວລາບໍ່ຮອດ 3 ເດືອນ, ເຂດຕົວເມືອງ ແລະ ນະຄອນບູຮານໄດ້ຮັບລະເບີດ ແລະ ລູກປືນເຖິງ 328.000 ໂຕນ (ທຽບເທົ່າກັບອໍານາດການທໍາລາຍຂອງລະເບີດນິວເຄຣຍ 7 ລູກ), ຈົນກາຍເປັນ “ສະໜາມໄຟ ທີ່ໂຫດຮ້າຍທີ່ສຸດແຫ່ງໜຶ່ງ ອັນເປັນຫລັກຖານຂອງການທຳລາຍອັນຮຸນແຮງຂອງສົງຄາມ.
ຂ່າວ+ພາບ: ລິຂິດ
ບກ: ພ. ພຽງ



