ທ່ານຮອງປະທານ ສນຊ ເຄື່ອນໄຫວວຽກງານຢູ່ແຂວງບໍລິຄຳໄຊ

ທ່ານ ນາງ ສີພະຈັນ ນັນທະວົງສາ ຄະນະປະຈຳພັກ, ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ຄະນະກຳມະການແກ້ໄຂບັນຫາຢາເສບຕິດລະດັບຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງບໍລິຄຳໄຊ ເຊິ່ງມີທ່ານ ວັນເລີນ ປຸ້ຍໄມນີ ກຳມະການປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍບັນດາທ່ານຮອງປະທານແນວລາວສ້າງຊາດປະຈຳການ ແລະ ບໍ່ປະຈຳການ, ບັນດາທ່ານກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງພາຄີ, ອົງການຈັດຕັ້ງມະຫາຊົນຂັ້ນແຂວງ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ ທີ່ຫ້ອງການແນວລາວສ້າງຊາດ ແຂວງບໍລິຄຳໄຊ, ໃນວັນທີ 19 ມັງກອນ 2026;

ໃນ​ວາ​ລະ​ກອງ​ປະ​ຊຸມ, ທ່ານ ນາງ ເກດແກ້ວ ກົມມະແສງ ຮອງປະທານແນວລາວສ້າງຊາດແຂວງ ໄດ້ລາຍງານສະພາບການ ຈັດຕັ້ງປະຕິບັດວາລະແຫ່ງຊາດກ່ຽວກັບການແກ້ໄຂບັນຫາຢາເສບຕິດ ແລະ ວຽກງານຕິດຕາມ-ກວດກາ ຂອງແນວລາວສ້າງຊາດ ໃນໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຜົນງານດ້ານດີທີ່ພົ້ນເດັ່ນ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ຄຳຄິດເຫັນ-ຄຳສະເໜີຂອງປະຊາຊົນບັນດາເຜົ່າພາຍໃນແຂວງ; ພ້ອມນີ້, ໄດ້ຮັບຟັງການເຜີຍ​ແຜ່ລາຍງານຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປີ 2024-2025 ແລະ ການປະກອບຄໍາເຫັນແລກປ່ຽນບົດຮຽນ ລະ​ຫວ່າງ​ສູນ​ກາງ ແລະ ທ້ອງ​ຖິ່ນ ຂອງບັນດາທ່ານຜູ້ເຂົ້າຮ່ວມ ຢ່າງມີບັນຍາກາດຟົດຟື້ນ;

ໂອກາດນີ້, ທ່ານ​ຮອງ​ປະ​ທານ ສ​ນ​ຊ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ອົງ​ການ​ແນວ​ລາວ​ສ້າງ​ຊາດ ແຂວງ​ທີ່​ໄດ້​ປະ​ກອບ​ສ່ວນ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວາ​ລະ​ແຫ່ງ​ຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ການ​ຕິດ​ຕາມ, ກວດກາ​ຂອງ​ແນວ​ລາວ​ສ້າງ​ຊາດ ແມ່ນ​ມີ​ຄວາມ​ຄືບ​ໜ້າ ແລະ ຍາດ​ໄດ້​ຜົນ​ງານຫຼາຍ​ສົມ​ຄວນ; ໃນ​ນີ້, ທ່ານ​ໄດ້​ເນັ້ນ​​ວ່າ ແນວ​ລາວ​ສ້າງ​ຊາດ​ຈະ​ໄດ້​ເພີ່ມ​ທະ​ວີ​ການ​ສຶກ​ສາ​ອົບ​ຮົມ​ການ​ເມືອງ​ແນວ​ຄິດໃຫ້​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ, ຊັ້ນ​ຄົນ, ສາ​ສະ​ໜາ, ເພດ, ໄວ ໃນ​ທົ່ວ​ສັງ​ຄົມ ໂດຍ​ການ​ຈັດ​ຕັ້ງ​ເຜີຍ​ແຜ່​ເຊື່ອມ​ຊຶມ​ນິ​ຕິ​ກຳ​ຕ່າງໆ ຂອງ​ພັກ-ລັດ ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ແກ້​ໄຂ​ບັນ​ຫາ​ຢາ​ເສບ​ຕິດ ໃຫ້​ທົ່ວ​ເຖິງ​ເລິ​ກເຊິ່ງກວ່າ​ເກົ່າ; ສຳລັບວຽກງານ​ຕິດ​ຕາມ, ກວດ​ກາ​ຂອງ​ແນວ​ລາວ​ສ້າງ​ຊາດ ແມ່ນ​ສືບ​ຕໍ່​ສ້າງ​ຄວາມ​ຮັບ​ຮູ້, ເຂົ້າ​ໃຈ ໃຫ້​​ສັງ​ຄົມ​ໄດ້​ຮັບ​ຊາບ ເຊິ່ງ​ການ​ຕິດ​ຕາມ, ກວດ​ກາ​ຂອງ​ແນວ​ລາວ​ສ້າງ​ຊາດ ແມ່ນ​ການ​ຕິດ​ຕາມ, ກວດ​ກາ ໂດຍ​ຜ່ານ​ຄຳຄິດຄຳ​ເຫັນ, ຄຳ​ຮ້ອງ, ຄຳ​ສະ​ເໜີ, ການ​ສ່ອງ​ແສງ​ຄວາມ​ມຸ້ງ​ມາດ​ປາ​ຖະ​ໜາ ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ ກ່ຽວ​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແນວ​ທາງ, ນະ​ໂຍ​ບາຍ, ລັດ​ຖະ​ທຳ​ມະ​ນູນ, ກົດ​ໝາຍ ແລະ ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ແຫ່ງ​ຊາດ ໃນ​ໄລ​ຍະ​ໃໝ່ ເຊິ່ງ​ຕ່າງ​ຈາກ​ການ​ຕິດ​ຕາມ, ກວດ​ກາ ຂອງ​ອົງ​ການກວດ​ກາ​ລັດ-ຕ້ານ​ການ​ສໍ້​ລາດ​ບັງຫຼວງ​ຂອງ​ລັດ; ການ​ຕິດ​ຕາມ, ກວດ​ກາ​ດັ່ງ​ກ່າວ​ຂອງ​ແນວ​ລາວ​ສ້າງ​ຊາດ ໂດຍ​ແນ່​ໃສ່​ເສີມ​ຂະ​ຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະ​ຊາ​ຊົນ, ປະ​ຊາ​ຊົນ​ຮັບ​ຮູ້, ປະ​ຊາ​ຊົນ​ເຂົ້າ​ໃຈ, ປະ​ຊາ​ຊົນ​ຈັດ​ຕັ້ງ​ປະ​ຕິ​ບັດ ແລະ ປະ​ຊາ​ຊົນ ມີ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ.

ຂ່າວ+ພາບ: ພ.ພຽງ

ບກ: ພ. ບຸບຜາ