ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ, ຮອງປະທານ ສູນກາງແນວລາວສ້າງຊາດ ຜູ້ປະຈໍາການ

ສະເໜີ ຮ່າງ ບົດສະຫລຸບຕີລາຄາຮອບດ້ານ ການເຄື່ອນໄຫວວຽກງານແນວໂຮມ ປະຈໍາປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026 ພ້ອມດ້ວຍຮ່າງ ບົດສະຫລຸບການສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ຕໍ່ກອງປະຊຸມສາມັນຄົບຄະນະກໍາມະການສູນກາງແນວລາວສ້າງຊາດ ຄັ້ງທີ 5 ສະໄໝທີ XI ທີ່ໂຮງແຮມແລນມາກ ນະຄອນຫລວງວຽງຈັນ ໃນຕອນເຊົ້າວັນທີ 24 ທັນວາ 2025.