
ໃນວັນທີ 7 ພຶດສະພາ 2026, ທ່ານ ສຈ ປອ ກິແກ້ວ ໄຂຄໍາພິທູນ, ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ (ສນຊ), ປະທານສະພາທິດສະດີສູນກາງພັກ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈໍາເຂດເລືອກຕັ້ງທີ 9 ຜູ້ຊີ້້ນໍາແຂວງຊຽງຂວາງ ໄດ້ລົງເຄື່ອນໄຫວພົບປະໂອ້ລົມ ແລະ ເຮັດວຽກ ກັບຄະນະກຳມະການແນວລາວສ້າງຊາດແຂວງ, ອົງການພາຄີ ແລະ ອົງການຈັດຕັ້ງມະຫາຊົນແຂວງຊຽງຂວາງ ໂດຍການຕ້ອນຮັບຂອງທ່ານ ເພັດສະໝອນ ດາວົງສອນ ກຳມະການປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍຄະນະປະທານແນວລາວສ້າງຊາດແຂວງ, ກຳມະການແນວລາວສ້າງຊາດ ແລະ ຜູ້ຕາງໜ້າຈາກອົງການຈັດຕັ້ງມະຫາຊົນ ອ້ອມຂ້າງແຂວງເຂົ້າຮ່ວມ ຢ່າງພ້ອມພຽງ, ຢູ່ທີ່ຫ້ອງວ່າການປົກຄອງແຂວງຊຽງຂວາງ;

ໂອກາດນີ້, ທ່ານປະທານແນວລາວສ້າງຊາດແຂວງຊຽງຂວາງ ໄດ້ລາຍງານໂດຍສັງເຂບກ່ຽວກັບການເຄື່ອນ ໄຫວວຽກງານໃນໄລຍະຜ່ານມາ, ໂດຍສະເພາະແມ່ນການເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ ຂອງປະຊາຊົນບັນດາເຜົ່າ, ການປຸກລະດົມຂະບວນການຮັກຊາດ ແລະ ພັດທະນາ, ພ້ອມທັງການຕິດຕາມກວດກາ ແລະ ສົ່ງເສີມບົດບາດຂອງອົງການພາຄີ ໃນການປະກອບສ່ວນເຂົ້າໃນວຽກງານພັດທະນາເສດຖະກິດ-ສັງຄົມ ພາຍໃນແຂວງ; ໃນນີ້, ໄດ້ຍົກໃຫ້ເຫັນວຽກງານຈຸດສຸມ ແລະ ຜົນສຳເລັດທີ່ພົ້ນເດັ່ນ ວ່າ: ວຽກງານສາມັກຄີປອງດອງ ປະຈຸບັນທົ່ວແຂວງມີ 6 ຊົນເຜົ່າ ທີ່ອາໄສຢູ່ຮ່ວມກັນ ເຊິ່ງໄດ້ປະກາດເປັນ ເມືອງສາມັກຄີປອງດອງ ໄດ້ແລ້ວ 3 ເມືອງ (ໜອງແຮດ, ໝອກ, ຜາໄຊ), ຮັບຮອງ ບ້ານສາມັກຄີປອງດອງ ໄດ້ 403 ບ້ານ (ເທົ່າກັບ 84,38%) ແລະ ຮັບຮອງ ຄອບຄົວສາມັກຄີປອງດອງ ໄດ້ 38.779 ຄອບຄົວ (ເທົ່າກັບ 74,43%); ສໍາລັບການປັບປຸງກົງຈັກ ໄດ້ສໍາເລັດການປັບປຸງແຜນດໍາເນີນງານ ແລະ ແບ່ງຄວາມຮັບຜິດຊອບໃຫ້ຄະນະກຳມະການແນວລາວສ້າງຊາດແຂວງ ເປັນ 4 ກຸ່ມວຽກຢ່າງຈະແຈ້ງ ແລະ ການປົກປ້ອງສິດຜົນປະໂຫຍດຂອງປະຊາຊົນ ແນວລາວສ້າງຊາດ ໄດ້ມີສ່ວນຮ່ວມຢ່າງຫ້າວຫັນໃນການປຶກສາຫາລື ເພື່ອແກ້ໄຂຜົນກະທົບ ຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳເນີນ ແລະ ໂຄງການຂຸດຄົ້ນແຮ່ທາດຕ່າງໆ ເພື່ອຮັບປະກັນນະໂຍບາຍທົດແທນທີ່ເໝາະສົມ ໃຫ້ແກ່ປະຊາຊົນ;

ໃນໂອກາດພົບປະຄັ້ງນີ້, ທ່ານ ສຈ ປອ ກິແກ້ວ ໄຂຄໍາພິທູນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ແນວລາວສ້າງຊາດແຂວງຊຽງຂວາງ ຍາດມາໄດ້ໃນໄລຍະຜ່ານມາ ແລະ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະນຳແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ເອົາໃຈໃສ່ບາງບັນຫາສຳຄັນດັ່ງນີ້: ວຽກງານແນວຄິດ ແລະ ການເຕົ້າໂຮມຄວາມສາມັກຄີ ໃຫ້ສືບຕໍ່ເປັນຄັນທຸງໃນການເຕົ້າໂຮມຄວາມສາມັກຄີປວງຊົນພາຍໃນແຂວງ, ເອົາໃຈໃສ່ຊີ້ນຳ-ນຳພາປະຊາຊົນບັນດາເຜົ່າ ໃຫ້ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ລັດ; ພ້ອມນີ້, ໄດ້ຍົກໃຫ້ເຫັນພາລະບົດບາດ, ໜ້າທີ່ ຂອງແນວລາວສ້າງຊາດ ບໍ່ວ່າຈະຢູ່ໃນສະໄໝຕໍ່ສູ້ກູ້ຊາດ ຄື: ແນວລາວອິດສະຫຼະ, ແນວລາວສ້າງຊາດ ແລະ ແນວລາວສ້າງຊາດ ໃນປະຈຸບັນ ການປະກອບສ່ວນຂອງອົງການແນວລາວສ້າງຊາດ ແຕ່ລະຂັ້ນ ໂດຍສັງລວມວ່າ: ມີຄວາມສຳຄັນ, ພົ້ນເດັ່ນ ແລະ ຫຼາຍດ້ານ; ໃນນີ້, ທ່ານຍັງໄດ້ຍົກເນື້ອໃນບາງຕອນຄຳຂວັນ ຂອງກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII ວ່າ: ຍົກສູງບົດບາດຂອງແນວລາວສ້າງຊາດ ສູ່ຄຸນນະພາບໃໝ່ ທ່ານໄດ້ເນັ້ນວ່າ: ຕ້ອງໄດ້ເປີດກວ້າງກວ່າເກົ່າ, ໜັກແໜ້ນກວ່າເກົ່າ, ບຸກທະລຸຢ່າງແຂງແຮງ ແລະ ຫັນປ່ຽນໃໝ່ຢ່າງແຂງແຮງ; ພ້ອມນີ້, ໄດ້ເນັ້ນໜັກໃຫ້ແນວລາວສ້າງຊາດແຂວງ ຕັ້ງໜ້າປະຕິບັດ ມະຕິ XII ຂອງແນວລາວສ້າງຊາດ ໃຫ້ເປັນໂຄງການດຳເນີນງານ ໃນຂັ້ນຂອງຕົນ ແລະ ມີກົນໄກການປະສານງານ ທີ່ເໜາະສົມກັບສະພາບທ້ອງຖິ່ນຂອງຕົນ; ໂອກາດນີ້, ທ່ານປະທານ ສນຊ ຍັງໄດ້ມອບເງິນເງິນ ຈຳນວນ 45.000.000 ກີບ (ສີ່ສິບຫ້າລ້ານກີບ) ເພື່ອຊຸກຍູ້ການເຄື່ອນໄຫວວຽກງານແນວລາວສ້າງຊາດແຂວງ ແລະ ເມືອງ ໃຫ້ມີຄວາມເຂັ້ມແຂງ ແລະ ມີບາດກ້າວຂະຫຍາຍຕົວໃໝ່ ທີ່ດີກວ່າເກົ່າ.
ໃນວັນດຽວກັນນີ້, ທ່ານປະທານ ສນຊ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມກຸ່ມການຜະລິດກະສິກໍາ ການປູກຜັກເປັນສິນຄ້າ ຂອງປະຊາຊົນຢູ່ ບ້ານຍູນສີໄຊຊະນະ ເມືອງຄູນ; ການລົງຢ້ຽມຢາມໃນຄັ້ງນີ້, ບໍ່ພຽງແຕ່ເປັນການໃຫ້ກຳລັງໃຈແກ່ຜູ້ຜະລິດເທົ່ານັ້ນ, ແຕ່ຍັງເປັນການຢືນຢັນເຖິງຄວາມເອົາໃຈໃສ່ຂອງພັກ ແລະ ລັດຖະບານ ໂດຍຜ່ານແນວລາວສ້າງຊາດ ໃນການສົ່ງເສີມເສດຖະກິດຄອບຄົວ ເພື່ອຍົກລະດັບຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ ໃຫ້ດີຂຶ້ນເລື້ອຍໆ.


