ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ຂອງອົງຄະນະພັກສານປະຊາຊົນສູງສຸດ

ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ເປັນກຽດເຂົ້າຮ່ວມກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ຂອງອົງຄະນະພັກສານປະຊາຊົນສູງສຸດ ທີ່ໄຂຂຶ້ນໃນລະຫວ່າງວັນທີ 10-11 ກັນຍາ 2025 ນີ້.

ໃນໂອກາດດັ່ງກ່າວ, ທ່ານ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານອັນພົ້ນເດັ່ນຂອງສານປະຊາຊົນສູງສຸດ ທີ່ໄດ້ເປັນເຈົ້າການຕໍ່ສູ້ຢ່າງເດັດດ່ຽວ, ແກ້ໄຂການລະເມີດ ແລະ ຝ່າຝືນກົດໝາຍຂອງບຸກຄົນ ແລະ ນິຕິບຸກຄົນຢູ່ໃນສັງຄົມ ຢ່າງຕັ້ງໜ້າ, ເປັນເຈົ້າການປົກປ້ອງແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ໃຫ້ມີຄວາມສັກສິດ, ເຂັ້ມງວດ ແລະ ຍຸຕິທໍາ; ພ້ອມກັນນັ້ນ ຍັງໄດ້ເອົາໃຈໃສ່ເປັນເຈົ້າການໂຄສະນາເຜີຍແຜ່ກົດໝາຍ, ສຶກສາອົບຮົມປະຊາຊົນລາວບັນດາເຜົ່າ, ທຸກຊັ້ນຄົນ ໃຫ້ມີສະຕິເຄົາລົບ ແລະ ປະຕິບັດກົດໝາຍຢູ່ໃນສັງຄົມ, ເຮັດໃຫ້ທົ່ວສັງຄົມມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍດີຂຶ້ນຕາມລໍາດັບ, ເຊິ່ງເປັນພື້ນຖານສໍາຄັນໃນການສ້າງລັດທີ່ປົກຄອງດ້ວຍກົດໝາຍ. ພິເສດ ທ່ານ ໄດ້ສັນລະເສີນຕໍ່ການຈັດຕັ້ງປະຕິບັດຄຳຂວັນ “3 ປ” ຂອງອົງການສານປະຊາຊົນສູງສຸດ ຄື: ໂປ່ງໃສ, ເປັນເອກະລາດ ແລະ ເປັນທຳ. ພ້ອມນີ້, ທ່ານ ກໍໄດ້ໃຫ້ການແນະນຳ 7 ຂໍ້ໃນການການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງນີ້ ມີເນື້ອໃນບາງຕອນວ່າ: ປະເທດໜຶ່ງ ຫຼືສັງຄົມໜຶ່ງ ຈະສະຫງົບ ຢູ່ເຢັນເປັນສຸກໄດ້ ແມ່ນຍ້ອນ ສັງຄົມນັ້ນດຳລົງຢູ່ໃນຄວາມຍຸຕິທຳ ແລະ ສີວິໄລ, ສະນັ້ນ ໃນຕໍ່ໜ້ານີ້ ເພື່ອສ້າງໃຫ້ສັງຄົມລາວມີຄວາມສາມັກຄີປອງດອງເປັນປຶກແຜ່ນນັ້ນ ອົງການສານປະຊາຊົນສູງສຸດ ແລະ ແນວລາວສ້າງຊາດ ຈະໄດ້ຮ່ວມມືກັນປະຕິບັດບົດບາດໜ້າທີ່ຂອງຕົນຢ່າງກົມກຽວ ແລະ ແໜ້ນແຟ້ນ ໂດຍສະເພາະແມ່ນການ ເພີ່ມທະວີວຽກງານແກ້ໄຂ-ໄກ່ເກ່ຍຂໍ້ຂັດແຍ່ງ ແລະ ປະກົດການຫຍໍ້ທໍ້ໃນສັງຄົມ.